ກຸ່ມບ​ໍ​ລິ​ສັດນ້ຳ​ນົມ TH ຂອງ ຫວຽດ​ນາມ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ລັດ​ເຊຍ

(VOVWORLD) -ໂດຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີການລົງທຶນຂະໜາດໃຫຍ່ ແລະ ມີແບບມີແຜນໃນຂົງເຂດລ້ຽງງົວພັນນົມ ຢູ່ ລັດເຊຍ, ໄລ່ມາຮອດປັດຈຸບັນ, ໂຄງການຂອງ TH True Milk ຢູ່ ມົດສະກູ ໄດ້ສຳເລັດໄລຍະທໍາອິດ ແລະ ແຕ່ລະມື້ສາມາດສະໜອງນ້ຳນົມສົດໄດ້ 40 ໂຕນ ໃຫ້ແກ່ຜູ້ບໍລິໂພກ.
ກຸ່ມບ​ໍ​ລິ​ສັດນ້ຳ​ນົມ TH ຂອງ ຫວຽດ​ນາມ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ລັດ​ເຊຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງໂຄຍ ແລະ ຄະນະປະຕິບັດງານຂອງສະຖານທູດລົງໄປເຮັດວຽກກັບພະນັກງານໂຄງການ  TH Rus (ພາບ: ນັກຂ່າວ VOV ປະຈຳ ລັດເຊຍ)

ປັດຈຸບັນ, ໂຄງການດັ່ງກ່າວ ພວມເລີ່ມຜັນຂະຫຍາຍໄລຍະທີ 2, ຄາດວ່າ ຈະສຳເລັດໃນເດືອນມິຖຸນາ 2023. ເມື່ອປະຕິບັດສຳເລັດ, ທັງຟາມລ້ຽງງົວພັນນົມຢູ່ເມືອງ Volokalamsk (ມົດສະກູ) ຈະມີງົວລວມທັງໝົດ 6.000 ໂຕ. ໄປຄຽງຄູ່ກັນນັ້ນ, ກຸ່ມບໍລິສັດ TH ກໍພວມຜັນຂະຫຍາຍໂຄງການຢູ່ແຂວງ Kaluga. ເມື່ອທັງສອງໂຄງການດັ່ງກ່າວສຳເລັດ, ປະລິມານນ້ຳນົມທີ່ສະໜອງໃຫ້ແກ່ຕະຫຼາດຈະຫຼາຍກວ່າປັດຈຸບັນທົບຫຼາຍເທົ່າ.

        ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງໂຄຍ ໄດ້ໄປຢ້ຽມຢາມໂຄງການລົງທຶນຂອງກຸ່ມບໍລິສັດ TH ຢູ່ ມົດສະກູ ໂດຍ ແບ່ງປັນວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ແມ່ນໂຄງການລົງທຶນທີ່ມີປະສິດທິຜົນຫຼາຍ ແລະ ມີລັກສະນະເປັນສັນຍາລັກ ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ອາດເວົ້າໄດ້ວ່າ ນີ້ແມ່ນໂຄງການໃຫຍ່ສຸດກ່ຽວກັບຂົງເຂດກະສິກຳຂອງ ຫວຽດນາມ ຢູ່ ຕ່າງປະເທດ ເວົ້າລວມ, ກໍຄື ຢູ່ ສະຫະພັນ ລັດເຊຍ ເວົ້າສະເພາະ.

ແອັງຕູ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ