ກົມໃຫຍ່ກິລາກາຍຍະກຳສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍວຽກງານປີ 2018

(VOVWORLD) -ຕອນບ່າຍວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ກິລາກາຍຍະກຳຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍວຽກງານປີ 2018.

ກົມໃຫຍ່ກິລາກາຍຍະກຳສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍວຽກງານປີ 2018 - ảnh 1 ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກທ້ຽນ

(ພາບ: thethaovietnam.vn)

ປີ 2017, ປະເພດກິລາຜົນງານສູງຂອງຫວຽດນາມ ແມ່ນຍາດໄດ້ບັນດາຜົນງານຢ່າງໜ້າປະທັບໃຈໃນບັນດາງານແຂ່ງຂັນສາກົນ, ໃນນັ້ນນັກກິລາຍາດໄດ້ຫຼຽນຄຳລະດັບໂລກ 46 ຫຼຽນ (ເພີ່ມຂຶ້ນ 32 ຫຼຽນເມື່ອທຽບໃສ່ປີ 2016), ຫຼຽນຄຳລະດັບທະວີບ 64 ຫຼຽນ ແລະ ຫຼຽນຄຳຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ 315 ຫຼຽນ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກທ້ຽນ ສະເໜີວ່າ, ປີ 2018, ກົມໃຫຍ່ກິລາກາຍຍະກຳສ້າງກົດໝາຍວ່າດ້ວຍກິລາ ສະບັບປັບປຸງໃຫ້ສຳເລັດໂດຍໂວ; ພ້ອມທັງສຸມໃສ່ປະຕິບັດ 8 ໜ້າທີທີ່ໄດ້ວາງອອກ, ໃນນັ້ນຈຸດສຸມແມ່ນ: ກະກຽມກຳລັງນັກກິລາເຂົ້າຮ່ວມງານມະຫາກຳກິລາອາຊີ ຄັ້ງທີ 18 ເຊິ່ງຈະດຳເນີນຢູ່ອິນໂດເນເຊຍ ໃຫ້ເປັນຢ່າງດີ, ຮອບຄັດເລືອກ Olympic 2020 ຢູ່ຍີ່ປຸ່ນ, ພ້ອມກັບບັນດາງານແຂ່ງຂັນອື່ນໆໃນພາກພື້ນ, ທະວີບ ແລະ ໃນໂລກ…

ຕອບກັບ

ຂ່າວ/ບົດ​ອື່ນ