ກວດ ແລະ ປິ່ນປົວພະຍາດໂດຍ ບໍ່ເສຍຄ່າໃຫ້ຄົນທຸກຍາກແຂວງ ຢາລາຍ

ກວດ ແລະ ປິ່ນປົວພະຍາດໂດຍ ບໍ່ເສຍຄ່າໃຫ້ຄົນທຸກຍາກແຂວງ ຢາລາຍ - ảnh 1
ກວດ ​ແລະ ປິ່ນ​ປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ຄົ​ນທຸກ​ຍາກ​​
(ພາບປະກອບ)


(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 22 – 23/12, ຄະນະ​ຊາວ​ໜຸ່ມແຂວງ​ຢາລາຍ ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ເມືອງ 12 (ນະຄອນ​ໂຮ່ຈິ​ມິນ) ​ ​​ໄດ້ຈັດການກວດ ​ແລະ ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ​ມອບຂອງຂວັນ​ໃຫ້​ປະຊາຊົນ​​ເຊິ່ງແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຂອງ 3 ຕາ​ແສງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ເຊິ່ງລວມມີຊົນ​ເຜົ່າ ຮ່າ​ດົງ, H’ra ​ແລະ IaPuch. ​ໂຮງໝໍ ​ເຈີ້ໄຣ້ ​ແລະ ​ໂຮ​ງໝໍ​ແຂ້ວ​ຄາງ​ໜ້ານະຄອນ​ໂຮ່ຈິ​ມິນ ​ໄດ້ຈັດການກວດ ​ແລະ ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອ​ບ 1.200 ​ເທື່ອ​ຄົນ. ພ້ອມ​ກັບ​ການກວດ ​ແລະ ປິ່ນ​ປົວ​ພະຍາດ, ຄະນະ​ໄດ້​ມອບ​ຂອງຂວັນ 900 ພູດ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກດ້ວຍ​ມູນ​ຄ່າ​ເກືອບ 700 ລ້ານ​ດົງ.

ຂ່າວ/ບົດ​ອື່ນ