ກວ່າ 150 ຄົນເສຍຊີວິດ ແລະ ນັບຮ້ອຍຄົນບາດເຈັບໃນບັນດາກໍລະນີກໍ່ການຮ້າຍຢູ່ຝະລັ່ງ

ກວ່າ 150 ຄົນເສຍຊີວິດ ແລະ ນັບຮ້ອຍຄົນບາດເຈັບໃນບັນດາກໍລະນີກໍ່ການຮ້າຍຢູ່ຝະລັ່ງ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Hollande ລົງ​ສຳຫຼວດ​ຢູ່​ສະ​ຖ​ານ​ທີ່​ເກີດ​ເຫດ


(vovworld)- ວັນ​ທີ 13/11, ຢູ່​ນະ​ຄອນຫຼວງ ປາ​ຣີ ປະ​ເທດ​ຝະ​ລັງ, ໄດ້​ເກີດ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທີ່​ສະ​ຫຍົດ​ສະ​ຫຍອງ​ຢູ່​ສະ​ຖານ​ທີ່​ຕ່າງໆ, ຊຶ່ງ​ລວມ​ມີ​ການ​ຍິງ​ປືນ, ຈັບ​ເປັນ​ຕົວ​ປະ​ກັນ 100 ຄົນ, ເຫດ​ວາງ​ລະ​ເບີດຄັ້ງ​ຕ່າງໆ​ຢູ່​ສະ​ໜາມ​ກິ​ລາ Stade de France ແລ​ະ ຢູ່​ບໍ​ລິ​ເວນມໍ່​ກັບ​ໂຮງ​ລະ​ຄອນ Bataclan ພ້ອມ​ກັບ​ເຫດ​ບຸກ​ໂຈມ​ຕີ​ຢູ່​ຮ້ານ​ສັບ​ພະ​ສິນ​ຄ້າ Les Halles .

            ພາຍຫຼັງ​ທີ່​ໄດ້​ເກີດ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ, ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Hollande ໄດ້​ຮຽກ​ໂຮມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ. ທ່ານ​ໄດ້​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ. ໃນ​ວັນ​ທີ 14/11 ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Hollande ໄດ້​ອອກ​ຄຳ​ສັ່ງ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ​ຕື່ມ​ອີກ 1.500 ຄົນ​ຢູ່​ນະ​ຄອນ ປາ​ຣີ.

 

ຂ່າວ/ບົດ​ອື່ນ