ກວ່າ 500 ຕື້ດົ່ງສະຫງວນໃຫ້ແຜນຮ່າງ “ເຫ້ວ - ເມືອງຫຼວງຂອງຊຸດເສື້ອຍາວ”

(VOVWORLD) -ຕາມແຜນຮ່າງແລ້ວ, ຮອດປີ 2025, ເຫວະ ຈະສ້າງພື້ນຖານຂໍ້ມູນພາບຖ່າຍຊຸດເສື້ອຍາວ ເຫ້ວ ຜ່ານສະໄໝຕ່າງໆ, ຮອດປີ 2030, ຈະສ້າງຫໍພິພິຕະພັນ, ສູນວາງສະແດງ, ການສະແດງ, ຕັດຫຍິບຊຸດເສື້ອຍາວຮັບໃຊ້ແຂກທ່ອງທ່ຽວ
ກວ່າ 500 ຕື້ດົ່ງສະຫງວນໃຫ້ແຜນຮ່າງ “ເຫ້ວ - ເມືອງຫຼວງຂອງຊຸດເສື້ອຍາວ” - ảnh 1ແຜນຮ່າງ “ເຫ້ວ - ເມືອງຫຼວງຂອງຊຸດເສື້ອຍາວ” ໄດ້ວາງອອກເປົ້າໝາຍໂຄສະນາ, ເຊີດຊູຊຸດເສື້ອຍາວ ເຫ້ວ
(ພາບປະກອບ)

        ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຫາກໍ່ອະນຸມັດແຜນຮ່າງ “ເຫ້ວ - ເມືອງຫຼວງຂອງຊຸດເສື້ອຍາວ” ດ້ວຍເປົ້າໝາຍອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຊຸດເສື້ອຍາວພື້ນເມືອງ ເຫ້ວ; ສ້າງເປັນຜະລິດຕະພັນວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະ.

        ແຜນຮ່າງ “ເຫ້ວ - ເມືອງຫຼວງຂອງຊຸດເສື້ອຍາວ” ໄດ້ວາງອອກເປົ້າໝາຍໂຄສະນາ, ເຊີດຊູຊຸດເສື້ອຍາວ ເຫ້ວ, ຊຸກຍູ້ເສດຖະກິດ, ການທ່ອງທ່ຽວ ແລະ ການພັດທະນາ ເພື່ອຢັ້ງຢືນຮູບພາບຊຸດເສື້ອຍາວ ເຫ້ວ - ຊຸດເສື້ອຍາວ ຫວຽດນາມ ໃນປະຊາຄົມສາກົນ. ຕາມແຜນຮ່າງແລ້ວ, ຮອດປີ 2025, ເຫວະ ຈະສ້າງພື້ນຖານຂໍ້ມູນພາບຖ່າຍຊຸດເສື້ອຍາວ ເຫ້ວ ຜ່ານສະໄໝຕ່າງໆ, ຮອດປີ 2030, ຈະສ້າງຫໍພິພິຕະພັນ, ສູນວາງສະແດງ, ການສະແດງ, ຕັດຫຍິບຊຸດເສື້ອຍາວຮັບໃຊ້ແຂກທ່ອງທ່ຽວ; ສ້າງສຳເນົາເອກະສານອາຊີບຕັດຫຍິບຊຸດເສື້ອຍາວ ແລະ ຮີດຄອງປະເພນີນຸ່ງຊຸດເສື້ອຍາວພື້ນເມືອງ ເຫ້ວ ເພື່ອຍື່ນສະເໜີຕໍ່ UNESCO ພິຈາລະນາ, ຈົດຊື່ແມ່ນມໍລະດົກບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ ເຫ້ວ, ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຈັດການເຄື່ອນໄຫວແນະນຳກ່ຽວກັບວັດທະນະທຳຊຸດເສື້ອຍາວຢ່າງຄົບຖ້ວນ, ຮອບດ້ານທີ່ສຸດ, ຟື້ນຟູຊຸດເສື້ອຍາວຂອງທັງເພດຊາຍ ແລະ ເພດຍິງ, ຮັບຮູ້ຈະແຈ້ງທີ່ສຸດກ່ຽວກັບຄຸນຄ່າຂອງຊຸດເສື້ອຍາວໃນຈຸດວັດທະນະທຳຂອງ ຫວຽດນາມ ກໍ່ຄືໃນວັດທະນະທຳຂອງ ເຫ້ວ”.

        ແຜນຮ່າງດັ່ງກ່າວມີຍອດຄ່າໃຊ້ຈ່າຍໃນການປະຕິບັດແມ່ນກວ່າ 535 ຕື້ດົ່ງ (ກວ່າ 22,8 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ