ກວ່າ 85 ປະເທດ ແລະ ອົງການຈັດຕັ້ງເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການອຸປະຖຳໃຫ້ແກ່ຊີຣີ

(VOVWORLD) -ບັນດາຜູ້ແທນມາຈາກກວ່າ 85 ປະເທດ ແລະ ບັນດາອົງການຈັດຕັ້ງຈະເຂົ້າຮ່ວມກອງປະຊຸມຄັ້ງທີ 2 “ໜູນຊ່ວຍອະນາຄົດຊີຣີ ແລະ ພາກພື້ນ” ຢູ່ບຣຸກແຊນ, ໂດຍສະຫະພາບເອີລົບ (EU) ແລະ ສະຫະປະຊາຊາດ ຮ່ວມກັນຈັດຕັ້ງຂຶ້ນໃນວັນທີ 24 – 25 ເມສາ.
ກວ່າ 85 ປະເທດ ແລະ ອົງການຈັດຕັ້ງເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການອຸປະຖຳໃຫ້ແກ່ຊີຣີ - ảnh 1(ພາບປະກອບ:  AFP/TTXVN)

ສະພາເອີລົບໃຫ້ຮູ້ວ່າ, ກອງປະຊຸມຈະເຕົ້າໂຮມບັນດາການນຳຂັ້ນລັດຖະມົນຕີ ແລະ ທຽບເທົ່າ ທີ່ມາຈາກ 85 ປະເທດ ແລະ ອົງການຈັດຕັ້ງ. ຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Federica Mogherini ໃຫ້ຮູ້ວ່າ, ກອງປະຊຸມກໍ່ເພື່ອແນໃສ່ເລື່ອງດຶງດູດເອົາການສະໜັບສະໜູນດ້ານການເມືອງໃຫ້ແກ່ວິວັດທະນາການສັນຕິພາບ ໂດຍສະຫະປະຊາຊາດລິເລີ່ມ ແລະ ກອງປະຊຸມຢູ່ບຣຸກແຊນ ຄັ້ງນີ້ ຈະສົ່ງສານຢ່າງຈະແຈ້ງຂອງປະຊາຄົມສາກົນແມ່ນບັນດາບັ້ນຮົບດ້ານການທະຫານຕ້ອງຢຸດຕິ ເພື່ອສະຫຼະໃຫ້ວິວັດທະນາການໄກ່ເກ່ຍຄວາມປອງດອງດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ