ກວ່າ 96% ຂໍ້ສະເໜີແນະຂອງສະພາສິດທິມະນຸດ ສປຊ ກ່ຽວກັບສິດທິມະນຸດ ໄດ້ຮັບການຈັດຕັ້ງປະຕິບັດຢູ່ຫວຽດນາມ

(VOVWORLD) - ມາຮອດປັດຈຸບັນ, ຫວຽດນາມ ປະຕິບັດໄດ້ 175 ຂໍ້ສະເໜີແນະຂອງ ສະພາສິດທິມະນຸດ ສປຊ ໂດຍບັນລຸອັດຕາສ່ວນ ກວ່າ 96%
ກວ່າ 96% ຂໍ້ສະເໜີແນະຂອງສະພາສິດທິມະນຸດ ສປຊ ກ່ຽວກັບສິດທິມະນຸດ ໄດ້ຮັບການຈັດຕັ້ງປະຕິບັດຢູ່ຫວຽດນາມ - ảnh 1 ກອງປະຊຸມສຳມະນາສາກົນ

ໂດຍມີນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຫວຽດນາມຖືເປັນສຳຄັນກົນໄກທົບທວນຄືນປະຈຳໄລຍະ ຂອງ ສະພາສິດທິມະນຸດ ສປຊ. ມາຮອດປັດຈຸບັນ, ຫວຽດນາມ ປະຕິບັດໄດ້ 175 ຂໍ້ສະເໜີແນະຂອງ ສະພາສິດທິມະນຸດ ສປຊ ໂດຍບັນລຸອັດຕາສ່ວນ ກວ່າ 96% ກ່ຽວກັບການປະຕິບັດສິດທິມະນຸດ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກໃນກອງປະຊຸມສຳມະນາສາກົນ ກ່ຽວກັບການເຈລະຈາ ແລະ ຝຶກອົບຮົມກ່ຽວກັບສິດທິມະນຸດ ໂດຍຄະນະກຳມະການປະຊາຊົນນະຄອນ ດາໜັງ ຈັດຂື້ນໃນວັນທີ 30 ສິງຫາ.

ຮສ.ປອ. ຮວ່າງວັນເຫງຍ ຫົວໜ້າກົມຮ່ວມມືສາກົນ - ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິງ ໃຫ້ຮູ້ວ່າ:

“ພວກຂ້ພະເຈົ້າຢັ້ງຢືນ 8 ນະໂຍບາຍຂອງລັດ ຫວຽດນາມກ່ຽວກັບສິດທິມະນຸດ. ກ່ອນອື່ນໝົດແມ່ນເຄົາລົບ, ປົກປ້ອງ ແລະ ປະຕິບັດສິດທິມະນຸດແມ່ນນະໂຍບາຍທຳອິດ, ໃນຕະຫຼອດທຸກໆນະໂຍບາຍ. ລວມທັງນະໂຍບາຍທາງດ້ານສະຫວັດດີການສັງຄົມໃໝ່ທີ່ສຸດໃນປັດຈຸບັນເພື່ອປະຕິບັດສິດ ສະຫວັດດີການຕາມ ມາດຕາ 34 ຂອງລັດຖະທຳມະນູນສະບັບໃໝ່ປີ 2013. ຄັ້ງທຳອິດແມ່ນມີ ໜຶ່ງກົດບັດໄດ້ນຳເຂົ້າໃນສິດທິທຳອິດ ແມ່ນສິດສະຫວັດດີການສັງຄົມ. ມາດຕາ 34 ກ່ຽວກັບສິດສະຫວັດດີການ ກໍ່ໄດ້ໜູນຊ່ວຍ ໃຫ້ແກ່ການຮັບປະກັນສິດທິຂອງບັນດາກຸ່ມທີ່ມີຄວາມສ່ຽງກວ່າເພື່ອນ, ພິເສດແມ່ນກຸ່ມຄົນພິການ”

ຕອບກັບ

ຂ່າວ/ບົດ​ອື່ນ