ກ່ວາ30ປະເທດໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມກອງປະຊຸມເຊີແນວ2ກ່ຽວກັບຊີຣີ

ກ່ວາ30ປະເທດໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມກອງປະຊຸມເຊີແນວ2ກ່ຽວກັບຊີຣີ - ảnh 1
ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ, ສະຫະພາບ ອາຣັບ (AL) ທ່ານ Lakhda Brahimi
(ພາບ: AFP)

(vovworld) – ວັນ​ທີ 20/12, ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ, ສະຫະພາບ ອາຣັບ (AL) ທ່ານ Lakhda Brahimi ​ໄດ້​ປະກາດວ່າ​ມີກ່ວາ 30 ປະ​ເທດ​ໄດ້ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ (​ປະ​ເທດ​ສະ​ວິດ), ຫຼື​ຍັງ​ເອີ້ນ​ວ່າ ກອງ​ປະຊຸມ ​ເຊີ​ແນວ 2, ​ໃນ​ຕົ້ນ​ເດືອນ 1/2014. ບັນດາ​ຜູ້ຕາງໜ້າ​ໄດ້​ຮັບ​ຄຳ​ເຊີນເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ 2 ລວມມີ: ສປຊ, 5 ປະ​ເທດ​ກຳມະການ​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ ສປຊ (ລວມມີ: ອັງກິດ, ຝຣັ່ງ, ອາ​ເມ​ລິ​ກາ, ຈີນ ​ແລະ ລັດ​ເຊຍ), AL, ອີ​ຢູ, ອົງການ​ຮ່ວມ​ມື ອິດສະ​ລາມ ​ແລະ 26 ປະ​ເທດ​ອື່ນ, ​ໃນ​ນັ້ນ ອາຣາບິ ຊາ​ອຸ​ດິ ກໍ່​ໄດ້​ຮັບ​ການ​ເຊື້ອ​ເຊີນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເມື່ອ​ເຕື້ອງ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ ອີຣານ ທີ່​ກອງ​ປະຊຸມ ​ເຊີນ​ແນວ 2, ທ່ານ Brahimi ​ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ​ເຈລະຈາ ບໍ່​ບັນ​ລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ເຊື້​ອ​ເຊີນ ອີຣານ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ​ຊີຣີ ຫຼື​ບໍ່. ​ເຖິງ​ແນວ​ນັ້ນ​ກໍ່ຕາມ, ທ່ານ​ຢັ້ງຢືນ​ຈະ​ສືບ​ຕໍ່ຮ່ວມ​ມື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ອີຣານ ​ໃນ​ກໍ​ລະ​ນີ ຜູ້ຕາງໜ້າ​ຂອງ​ປະ​ເທດ ສ ອິ​ດສະ​ລາມ​ນີ້​ບໍ່​ໄດ້​ຮັບ​ຄຳ​ເຊີນ​ຢ່າງ​ເປັນ​ທາງ​ການ.

 


ຂ່າວ/ບົດ​ອື່ນ