(VOVWORLD) - ປີ 2025 ນີ້, ແຂວງ ກວາງນິງ ສືບຕໍ່ຮັກສາທ່າເຕີບໂຕ “ສອງຕົວເລກ” ດ້ວຍການເຕີບໂຕລວມຍອດຜະລິດຕະພັນພາຍໃນນະຄອນບັນລຸ 11,89%. ຂອບເຂດເສດຖະກິດຂອງປີ 2025 ສືບຕໍ່ຮັກສາອັນດັບທີ 7/34 ແຂວງ, ນະຄອນໃນທົ່ວປະເທດ.
ປີ 2025 ນີ້, ແຂວງ ກວາງນິງ ສືບຕໍ່ຮັກສາທ່າເຕີບໂຕ “ສອງຕົວເລກ” (ພາບ: thoibaotaichinhvietnam.vn) |
GRDP ສະເລ່ຍຕໍ່ຫົວຄົນບັນລຸ 10.402 USD. ໃນນັ້ນ, ຂົງເຂດການບໍລິການ, ພິເສດແມ່ນການທ່ອງທ່ຽວ, ປະກອບກວ່າ 50% ເຂົ້າໃນການເຕີບໂຕ GRDP ຂອງແຂວງ ກວາງນິງ. ການລົງທຶນຕ່າງປະເທດ (FDI) ຄາດວ່າບັນລຸປະມານ 1 ຕື້ USD. ວຽກງານໜູນຊ່ວຍສັງຄົມ ແລະ ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບປະກັນ.
ປີ 2026, ແຂວງ ກວາງນິງ ວາງເປົ້າໝາຍ: GRDP ສະເລ່ຍຕໍ່ຫົວຄົນບັນລຸແຕ່ 11.800 USD ຂຶ້ນໄປ; ການເກັບງົບປະມານແຫ່ງລັດໃນບໍລິເວນແຂວງບັນລຸກວ່າແຜນງົບປະມານໂດຍສູນກາງມອບໝາຍໃຫ້; ອັດຕາສ່ວນອຸດສາຫະກຳປຸງແຕ່ງ, ປະດິດສ້າງໃນ GRDP ກວ່າ 14%; ອັດຕາສ່ວນເສດຖະກິດດີຈີຕອນໃນ GRDP ບັນລຸກວ່າ 12%... ທ່ານ ກວານມິງເກື່ອງ, ເລຂາພັກແຂວງແຂວງ ກວາງນິງ, ຢັ້ງຢືນວ່າ:
“ສ້າງບຸກທະລຸໃນການເຕີບໂຕເສດຖະກິດ, ຕັດສິນໃຈປະຕິບັດສຳເລັດເປົ້າໝາຍລະດັບການເຕີບໂຕເສດຖະກິດ GRDP ປີ 2026 ບັນລຸກວ່າ 12,5%. ຍູ້ແຮງໂຄງປະກອບ, ສ້າງຮູບແບບການເຕີບໂຕເສດຖະກິດ, ຖືວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳເປັນກຳລັງໜູນຕົ້ນຕໍ. ຮີບເຮັ່ງສ້າງ ແລະ ຜັນຂະຫຍາຍແຜນຮ່າງສ້າງຮູບແບບການເຕີບໂຕໃໝ່. ໃນໄລຍະຍັງເຫຼືອຂອງປີ 2025, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນໃນແຂວງ ຕ້ອງຍາດເວລາ, ເພີ່ມລະດັບຄວາມໄວເພື່ອບັນລຸເປົ້າໝາຍ, ຄາດໝາຍທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ”.