ກວາງນິນ ຄວນວາງແຜນ ກຳນົດການທ່ອງທ່ຽວປູຊະນີຍະສະຖານປະຫວັດສາດ ແບກດັ່ງ ເປັນຢ່າງດີ

ກວາງນິນ ຄວນວາງແຜນ ກຳນົດການທ່ອງທ່ຽວປູຊະນີຍະສະຖານປະຫວັດສາດ ແບກດັ່ງ ເປັນຢ່າງດີ - ảnh 1
​ພິທີ​ຕ້ອນຮັບ​ໃບ​ຢັ້ງຢືນ​ປູຊະນີຍະສະຖານ​ລະດັບ​ຊາ​ດພິ​ເສດ
(ພາບ: VGP/Từ Lương)

(vovworld) – ຕອນ​ຄຳ່​ວັນ​ທີ 17/4, ຢູ່​ເທດສະບານ ກວາງ​ອຽນ, ​ແຂວງ ກວາງ​ນິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 725 ປີ​​ແຫ່ງ​ວັນໄຊຊະນະ ​ແບກ​ດັ່ງ (1288 - 2013) ​ແລະ ຕ້ອນຮັບ​ໃບ​ຢັ້ງຢືນ​ປູຊະນີຍະສະຖານ​ລະດັບ​ຊາ​ດພິ​ເສດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ, ມີ​ຄວາມ​ໝາຍ​ປະຫວັດສາດ​ສຳຄັນ​ໃນ​ການ​ຕໍ່ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ຂອງ ປະຊາຊົນ ຫວຽດນາມ. ​ແຂວງ ກວາງນິນ ຄວນ​ວາງ​ແຜນ​ກຳນົ​ດການ​ທ່ອງທ່ຽວ​ເຂດ​ປູຊະນີຍະສະຖານ​ປະຫວັດສາ ​ແບກ​ດັ່ງ ​ເປັນ​ຢ່າງ​ດີ​ເພື່ອ​ປະກອບ​ສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ.

        ​ໃນ​ປະຫວັດສາດ, ​ແມ່​ນ້ຳ ​ແບກ​ດັ່ງ ​ໄດ້ ​ເປັນສັກຂີ​ພິຍານ​ 3 ​ເທື່ອ​ກ່ຽວ​ກັບ​ໄຊຊະນະຢ່າງ​ສະຫງ່າ​ລາສີ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການຕໍ່ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ພາກ​ເໜືອ. ນັ້ນ​ແມ່ນ​ໄຊຊະນະ ​ແບກ​ດັ່ງ ປີ 938, ​ໄຊຊະນະ​ ​ແບກ​ດັ່ງ ປີ 981 ​ແລະ ພົ້ນ​ເດັ່ນ​ແມ່ນ​ໄຊຊະນະ ບັກ​ດັ່ງ​ ປີ 1288.

ຂ່າວ/ບົດ​ອື່ນ