ກ໋ວາງບີ່ງ ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມໃນໂອກາດປີໃໝ່ສາກົນ 2019 ກ່ວາ 40.000 ເທື່ອຄົນ

(VOVWORLD) - ເນື່ອງໃນໂອກາດປີໃໝ່ສາກົນ 2019, ແຂວງ ກ໋ວາງບີ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມກ່ວາ 40.000 ເທື່ອຄົນ. 

ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນປີ 2017; ໃນນັ້ນ ຈຳນວນແຂກທ່ອງທ່ຽວສາກົນເພີ່ມຂຶ້ນກ່ວາ 30% ເທົ່າກັບປະມານ 5.000 ເທື່ອຄົນ. ບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເນື່ອງໃນໂອກາດປີໃໝ່ນີ້ ແມ່ນຖ້ຳ ຟອງຍາ, ຖ້ຳ ທຽນເດື່ອງ, ແມ່ນ້ຳໃຈ - ຖ້ຳມືດ ແລະ ເຂດສຸສານພົນເອກ ຫວໍງວຽນຢາບ ຢູ່ຕາແສງ ກ໋ວາງດົງ, ເມືອງ ກ໋ວາງແຈັກ.

        ຕາມພະແນກທ່ອງທ່ຽວແຂວງ ກ໋ວາງບ່ງ ແລ້ວ, ແນໃສ່ສ້າງບັນດາການເຄື່ອນໄຫວລະຫຼິ້ນບັນເທິງເພື່ອຮັບໃຊ້ແຂກທ່ອງທ່ຽວ, ເປັນຕົ້ນແມ່ນແຂກທ່ອງທ່ຽວສາກົນເນື່ອງໃນໂອກາດປີໃໝ່ນີ້, ບັນດາອົງການສຳນັກງານ, ຫົວໜ່ວຍໃນບໍລິເວນແຂວງ ໄດ້ຈັດຕັ້ງບັນດາລາຍການທີ່ເປັນເອກະລັກສະເພາະ, ພົ້ນເດັ່ນຄື: ລາຍການສະແດງຟ້ອນຕຸກກະຕາ, ສິລະປະພື້ນເມືອງ, ສະແດງກາຍຍະສິນ, ຕ້ອນຮັບແຂກທ່ອງທ່ຽວສາກົນຄົນທຳອິດມາຢ້ຽມຢາມ ກ໋ວາງບີ່ງ ດ້ວຍທາງອາກາດ, ຈັດຕັ້ງການນັບຖອຍຫລັງໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019.

        ປີ 2019, ແຂວງ ກ໋ວາງບີ່ງ ສືບຕໍ່ເສີມຂະຫຍາຍທ່າແຮງ, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ຫລາຍກ່ວາ 4,3 ລ້ານເທື່ອຄົນ ດ້ວຍຍອດລາຍຮັບຈາກການທ່ອງທ່ຽວໃຫ້ບັນລຸປະມານ 5.000 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ