ກວາງຫງາຍຈັດລາຍການ “ຕ້ອນຮັບບຸນເຕັດ 2019” ໃຫ້ຄົນງານໃນແຂວງ

(VOVWORLD) -ຕອນບ່າຍວັນທີ 21 ມັງກອນ, ສະຫະພັນກຳມະບານແຂວງ ກວາງຫງາຍ ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດ” ຄັ້ງທີ 4 ປີ 2019 ດ້ວຍຫົວຂໍ້ວ່າ “ນຳສະຫວັດດີການມາໃຫ້ສະມາຊິກກຳມະບານ” ເພື່ອແນໃສ່ແບ່ງປັນຄວາມອົບອຸ່ນຈາກອົງການຈັດຕັ້ງກຳມະບານ ເຖິງສະມາຊິກ, ຜູ້ອອກແຮງງານທຸກຄົນພາຍໃນແຂວງ.

ກວາງຫງາຍຈັດລາຍການ “ຕ້ອນຮັບບຸນເຕັດ 2019” ໃຫ້ຄົນງານໃນແຂວງ - ảnh 1ລາຍການ “ຕ້ອນຮັບບຸນເຕັດ” ຄັ້ງທີ 4 ປີ 2019

(ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນວັນບິ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວນ້າຄະນະເສດຖະກິດສູນກາງ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມຂອງແຂວງກວາງຫງາຍ ໃນວຽກງານເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ. ທ່ານ ຫງວຽນວັນບິ່ງ ສະເໜີວ່າ, ໃນໄລຍະຈະມາເຖິງການນຳທຸກຂັ້ນ, ບັນດາອົງການກຳມະບານຈົ່ງສົມທົບກັນຢ່າງແໜ້ນແຟ້ນກັບວິສາຫະກິດ ເພື່ອສືບຕໍ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ອອກແຮງງານ, ຖືນີ້ແມ່ນໜ້າທີ່ສຳຄັນ, ຕໍ່ເນື່ອງໃນວິວັດການເຄື່ອນໄຫວ.

        ເນື່ອງໃນໂອກາດນີ້, ທ່ານ ຫງວຽນວັນບິ່ງ ໄດ້ມອບຂອງຂວັນ 50 ພູດ, ແຕ່ລະພູດມີມູນຄ່າ 1,3 ລ້ານດົງໃຫ້ບັນດາສະມາຊິກ, ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງກວາງງ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ