ກໍ່ສ້າງຂົວຂ້າມທະເລໃຫຍ່ກວ່າໝູ່ຢູ່ຫວຽດນາມຈະເລີ່ມລົງມືກໍ່ສ້າງໃນໄວໆນີ້

ກໍ່ສ້າງຂົວຂ້າມທະເລໃຫຍ່ກວ່າໝູ່ຢູ່ຫວຽດນາມຈະເລີ່ມລົງມືກໍ່ສ້າງໃນໄວໆນີ້ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 11/02, ຄະນະ​ຄຸ້ມ​ຄອງ​ໂຄງການ 2, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ອົງການຮ່ວມສຳພັນບັນດາ​ບໍລິສັດຮັບ​ເໝົາຕິດຕັ້ງກໍ່ສ້າງຍີ່ປຸ່ນ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮັບ​ເໝົາ​ໂຄງການ​​ເສັ້ນທາງລົດ​ໂອ​ໂຕ ​ເຕີນ​ວູ - ​ແລກ​ຮ້ວຽນ ຂອງ​ຫວຽດນາມ. ໂຄງການ​​ນີ້ ​ແມ່ນ​ສ່ວນໜຶ່ງ​ຂອງ ​ໂຄງການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ກໍ່າ​ປັ່ນ ​ແລກ​ຮ້ວຽນ, ​ເຊື່ອມ​ຕໍ່​ລະຫວາງບັນດາ​ເຂດ​ພວມ​ພັດທະນາ​ທາງທິດຕາ​ເວັນ​ອອກ​ນະຄອນ​ຫາຍ​ຟ່ອງ ກັບທ່າກຳປັ່ນ​ສາກົນ ຫາຍ​ຟ່ອງ, ​ເຂດ​ອຸດສາຫະກຳ ດິ່ງ​ວູ - ກ໋າດຫາຍ ​ແລະ ບັນດາ​ເຂດ​ແລວ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ເໜືອ​ຫວຽດນາມ.

        ​ໂຄງການ​​ເສັ້ນທາງລົດ​ໂອ​ໂຕ ​ເຕີນ​ວູ - ​ແລກ​ຮ້ວຽນ ນຳ​ໃຊ້​ທຶນ​ ODA ຂອງ​ລັດຖະບານ​ຍີ່ປຸ່ນ ​ແລະ ທຶນສົມທົບຂອງ​ລັດຖະບານ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ລົງທຶນ​ເກືອບ 12.000 ຕື້​ດົງ. ຂົວ​ມີ​ລວງ​ຍາວກ່ວາ 15 ກມ ​ຕັ້ງ​ຜ່ານ​ບໍລິ​ເວັນ​ແຂວງ ອານ​ຫາຍ ​ແລະ ​ເມືອງ ກ໋າກຫາຍ ຂອງ​ນະຄອນ​ຫາຍ​ຟ່ອງ. ພາຍ​ຫຼັງດຳນີນ​ການ​ກໍ່ສ້າງ​ສຳ​ເລັດ, ຂົວ ​ເຕີນ​ວູ - ​ແລກ​ຮ້ວຽນ ຈະ​ແມ່ນ​ຂົວ​ຂ້າມ​ທະ​ເລ​ທີ່​ຍາວ​ກວ່າ​ໝູ່​ຂອງ​ຫວຽດນາມ ​ແລະ ກໍ່​ແມ່ນ​ຂົວ​ຂ້າມ​ທະ​ເລ​ໃຫຍ່​ກວ່າ​ໝູ່​ຢູ່​ອາຊີ​ຕາມ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ