ກໍ່ສ້າງໂຮງງານໄຟຟ້າແສງຕາເວັນຢູ່ແຂວງນິງທ້ວນ

ກໍ່ສ້າງໂຮງງານໄຟຟ້າແສງຕາເວັນຢູ່ແຂວງນິງທ້ວນ - ảnh 1
(ພາບປະກອບ)

(vovworld) – ​ ​ໂຄງການ​ໂຮງ​ງານ​ໄຟຟ້າ​ແສງຕາ​ເວັນ​ໂດຍ​ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ (EVN) ລົງທຶນ, ຄາດ​ຄະ​ເນວ່າ​ຈະກໍ່ສ້າງ​ຢູ່​ຕາ​ແສງ ​ເຟ​ືອກທ໋າຍ ​ເມືອງ​ນີງ​​ເຟືອ​ກ ​ແຂວງ​ນີງທ້ວນ ມີ​ຍອດກຳລັງ​ໄຟຟ້າ 200 MW, ​ເຊິ່ງລວມມີ​ໂຮງງານ​ໄຟຟ້າຍ່ອຍ 4 ​ແຫ່ງ.​ ໃນ​ເນື້ອ​ທີ່ 400 Hecta. ຫົວໜ່ວຍ​ເຈົ້າຂອງ​ລົງທຶນ​ສະ​ເໜີ​ແຂວງ​ເຫັນ​ດີ​ໃຫ້ EVN ຜັນ​ຂະຫຍາຍ​ວຽກ​ງານ​ສຳ​ຫລວດ​ຄົ້ນຄວ້າ​ການ​ລົງທຶນ; ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ EVN ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ, ​ເພີ່ມ​ເຕີມ​ໂຄງການ​ເຂົ້າ​ໃນ​ແຜນກຳນົດ, ຍື່ນ​ສະ​ເໜີ​ຕໍ່ຂັ້ນທີ່​ມີ​ສິດ​ອຳນາດ​​ອະນຸມັດ​ແຜນ​ນະ​ໂຍບາຍ​ລົງທຶນ. ຄາດ​ຄະ​ເນ​ວ່າ, ​ໂຄງການ​ມີ​ຍອດ​ຈຳນວນ​​ທຶນ 8.000 ຕື້​ດົ່ງ ຈະ​ລົງມື​ກໍ່ສ້າງ​ໃນ​ປີ 2018 ​ແລະ ​ນຳເຂົ້າ​​ເຄື່ອນ​ໄຫວ​ໃນ​ປີ 2019.



ຂ່າວ/ບົດ​ອື່ນ