ກອງທັບ ຊີຣີ ຢືດຄອງເອົາຄືນເຂດຢູ່ທາງທິດໃຕ້ Damascus

(VOVWORLD) - ວັນທີ 05 ພຶດສະພາ, ໂທລະພາບແຫ່ງລັດ ຊີຣີ ໄດ້ໃຫ້ຂ່າວວ່າ ກອງທັງ ຊີຣີ ໄດ້ຢືດຄອງເອົາຄືນຕອນໃຕ້ຂອງເຂດ Hajai al-Aswad, ທາງທິດໃຕ້ນະຄອນຫລວງ Damascus.

ກອງທັບ ຊີຣີ ໄດ້ປົດປ່ອຍເຂດນີ້ ພຽງ 2,3 ວັນເທົ່ານັ້ນ ພາຍຫລັງປິດລ້ອມເຄິ່ງໜຶ່ງ Hajai al-Aswad. ນີ້ແມ່ນສ່ວນໜຶ່ງໃນບັ້ນຮົບ ເຊິ່ງເລີ່ມປະຕິບັດເມື່ອເດືອນກ່ອນ. ຕາມແຫຼ່ງຂ່າວແລ້ວ, ກອງທັບ ຊີຣີ ພວມມີທ່າດີໃນການປະທະກັນຢູ່ເຂດນີ້ ຈາກຫລາຍທິດ.

        ການບຸກໂຈມຕີການທະຫານນີ້ ໄດ້ຫັນໄປສູ່ທາງທິດໃຕ້ Damascus, ເປັນຕົ້ນແມ່ນຢູ່ບັນດາເຂດໂດຍອົງການລັດອິດສະລາມ (IS) ຄວບຄຸມຢູ່ Hajai al-Aswad ແລະ ຄ້າຍ Yarmouk ຢູ່ໃກ້ນັ້ນ, ພາຍຫລັງກອງທັບ ຊີຣີ ໄດ້ປົດປ່ອຍເຂດຊົນນະບົດ Ghouta ຕາເວັນອອກ ແລະ ທາງທິດຕາເວັນອອກຂອງເຂດ Qalamoun, ທາງທິດເໜືອນະຄອນຫລວງ Damascus.

ຕອບກັບ

ຂ່າວ/ບົດ​ອື່ນ