ກອງທັບຊີຣີ ຍາດຄືນສິດຄວບຄຸມເນື້ອທີ່ 2.000 ຕາລາງກ.ມ ໃນເຂດທະເລຊາຍຢູ່ພາກກາງ

(VOVWORLD) -ວັນທີ 26 ສິງຫາ, ກອງທັບຊີຣີ ແລະ ທະຫານສຳພັນທະມິດ ຍາດໄດ້ສິດຄວບຄຸມເຂດລະຫວ່າງນະຄອນ Al Sukhnah ແລະ Al Shear ຢູ່ເຂດຊົນນະບົດທາງທິດຕາເວັນອອກຂອງແຂວງ Homs.
ກອງທັບຊີຣີ ຍາດຄືນສິດຄວບຄຸມເນື້ອທີ່ 2.000 ຕາລາງກ.ມ ໃນເຂດທະເລຊາຍຢູ່ພາກກາງ - ảnh 1 (ພາບປະກອບ: AFP/TTXVN)

ນີ້ແມ່ນຄັ້ງຫຼ້າສຸດໃນບັນດາເຫດບຸກໂຈມຕີເຊິ່ງກອງທັບຊີຣີ ແລະ ທະຫານສຳພັນທະມິດ ໄດ້ດຳເນີນຢູ່ເຂດທະເລຊາຍ. ຕາມອົງການຕິດຕາມສິດທິມະມຸດຊີຣີ ແລ້ວ, ປະຈຸບັນມີພຽງເຂດໜຶ່ງເຊິ່ງ IS ຄວບຄຸມ, ແມ່ນເຂດອ້ອມຂ້າງໃກ້ກັບ Hama, ກໍພວມຖືກກອງທັບຊີຣີ  ແລະ ບັນດາທະຫານສຳພັນທະມິດອື່ນປິດລ້ອມຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ