ກອງທັບຊີຣີຍາດສິດຄວບຄຸມນະຄອນQaryatainຈາກກຳມືISຄືນໃໝ່

ກອງທັບຊີຣີຍາດສິດຄວບຄຸມນະຄອນQaryatainຈາກກຳມືISຄືນໃໝ່ - ảnh 1
ກອງ​ທັບ​ຊີ​ຣີ ຍາດ​ສິດ​ຄວບ​ຄຸມ​ນະ​ຄອນ​ຍຸດ​ທະ​ສາດ Qaryatain
(ພາບ: TTXVN)


(vovworld) - ​ ວັນ​ທີ 03/04, ກອງ​ທັບ​ຊີ​ຣີ ຍາດ​ສິດ​ຄວບ​ຄຸມ​ນະ​ຄອນ​ຍຸດ​ທະ​ສາດ Qaryatain, ຂຶ້ນ​ກັບ​ແຂ​ວງ​ທາ​ງ​ພາກ​ກາງ Homs, ຈາກ​ກຳ​ມື​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ​້າງ​ຊື່​ເອງ ຄືນ​ໃໝ່. ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊີ​ຣີ ດ້ວຍ​ການ​ໜູ​ນ​ຊ່ວຍ​ຂອງ​ເຮືອ​ບິນ​ສູ້​ຮົບ​ລັດ​ເຊຍ ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຈາກ​ຫຼາຍ​ທິດ ໃສ່​ນະ​ຄອນ Qaryatain, ພາຍ​ຫຼັງ​ພຽງ 1 ວັນ​ກອງ​ທັບ​ຊີ​ຣີ ​ໄ​ດ​້​ທຳ​ລາຍ​ກຳ​ລັງ​ປ້ອງ​ກັນ​ຂອງ IS ຢູ່ທິດ​ຕາ​ເວັນ​ຕົກ​ Qaryatain, ​ຢູ່ໃກ້​ກັບ​ນະ​ຄອນ​ເກົ່າ Palmyra. Qaryatain ແມ່ນ​ສະ​ຖານ​ທີ່​ສຸດ​ທ້າຍ​ຂອງ IS ຢູ່​ໃກ້​ກັບ​ເຂ​ດ​ພູ Qaryatain ແລະ ຕິດ​ກັບ​ເຂດ​ຊາຍ​ແດນ Lebanon. ເລື່ອງ​ຍາດ​ໄດ້​ສິດ​ຄວບ​ຄຸມ Palmyra ຄືນ​ໃໝ່ ແມ່ນ​ໄຊ​ຊະ​ນະ​ສຳ​ຄັ​ນ​ຂອງກອງ​ທັບ​ຊີ​ຣີ ແລະ ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນ​ຍາ​ລັກ​ຊີ້​ໃຫ້​ເຫັນການ​ລົ້ມ​ລະ​ລາຍ​ຂອງ IS ຢູ່​ຊີ​ຣີ.

ຂ່າວ/ບົດ​ອື່ນ