ກອງທັບຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ

(VOVWORLD) -ນັບແຕ່ວັນທີ 21-27 ກັນຍາ, ພົນໂທ ເຈິ່ນເດີນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນຳໜ້າຄະນະບັນດາອົງການກະຊວງ, ວິສາຫະກິດກອງທັບ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກູບາ.
ກອງທັບຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ảnh 1ທ່ານພົນໂທ Leopoldo Cintra frias ກຳມະການກົມການເມືອງ, ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ ຕ້ອນຮັບ ທ່ານພົນໂທ ເຈິ່ນເດີນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: Le Ha/TTXVN)

ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ມີການພົບປະກັບການນຳກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ (MINFAR) ໂດຍທ່ານພົນໂທ Leopoldo Cintra frias ກຳມະການກົມການເມືອງ, ລັດຖະມົນຕີກະຊວງ MINFAR ແລະ ພົນໂທ Alvaro Lopez Miera, ກຳມະການກົມການເມືອງ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີຜູ້ທີໜຶ່ງ MINFAR, ນຳໜ້າ.

ທີ່ການເຮັດວຽກ, ຝ່າຍກູບາສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນມິດຕະພາບ, ທີີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງກອງທັບ ສອງປະເທດ, ປະກອບສວ່ນນຳບັນດາເນື້ອໃນ ຮ່ວມມື ດ້ານປ້ອງກັນຊາດສອງຝ່າຍເວົ້າລວມ ແລະ ການຮ່ວມມື ດ້ານເສດຖະກິດລະຫວ່າງວິສາຫະກິດກອງທັບສອງປະເທດ ເວົ້າສະເພາະໃຫ້ກ້າວເຂົ້າສູ່ອັນລະອຽດ, ແທດຈິງ.

ນອກຈາກການຕີລາຄາໝາກຜົນຂອງການຜັນຂະຫຍາຍການຮ່ວມມືໄລຍະ 2017-2019 ແລ້ວ, ສອງຝ່າຍກໍ່ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຕໍ່ທິດທາງຮ່ວມມື ດ້ານເສດຖະກິດ, ການຄ້າ ລະຫວ່າງ ວິສາຫະກິດສອງປະເທດໃນໄລຍະທີ່ຈະມາເຖິງ. ເວົ້າສະເພາະໃຫ້

ຕອບກັບ

ຂ່າວ/ບົດ​ອື່ນ