ກອງ​ທັບ​ໜູນ​ຊ່ວຍ​ບັນ​ດາ​ແຂວງ​ພາກ​ໃຕ້​ຕ້ານ​ໂລກ​ລະ​ບາດ

(VOVWORLD) -ນັກຮົບທຸກຄົນຕ່າງກໍຮັບຮູ້ໄດ້ເຖິງຄວາມອັນຕະລາຍ ແລະ ຄຳຮຽກຮ້ອງທີ່ຮີບດ່ວນຂອງໜ້າທີ່ປ້ອງກັນ, ຕ້ານໂລກລະບາດ. ພ້ອມແລ້ວທີ່ຈະຮັບການມອບໝາຍໜ້າທີ່ຕາມຄຳຮຽກຮ້ອງຂອງແຕ່ລະອົງການ, ຫົວໜ່ວຍໃນໄລຍະປະຕິບັດໜ້າທີ່ເພີ່ມເຕີມ, ເພື່ອເຮັດແນວໃດໃຫ້ພວກເຮົາປ້ອງກັນ, ຕ້ານໂລກລະບາດໄດ້ດີທີ່ສຸດ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19 ຢ່າງວ່ອງໄວທີ່ສຸດ, ຮັບປະກັນສຸຂະພາບ, ຄວາມປອດໄພທາງດ້ານຊີວິດອິນຊີຂອງປະຊາຊົນ. 
ກອງ​ທັບ​ໜູນ​ຊ່ວຍ​ບັນ​ດາ​ແຂວງ​ພາກ​ໃຕ້​ຕ້ານ​ໂລກ​ລະ​ບາດ - ảnh 1ສຳມະນາກອນວິທະຍາຄານເສນາຮັກ ໃນພິທີອອກເຄື່ອນພົນ (ພາບ: baochinhphu.vn)

ຕອນເຊົ້າວັນທີ 23 ສິງຫາ, ຢູ່ ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີອອກເຄື່ອນພົນ ເພີ່ມກຳລັງເສນາຮັກໃຫ້ແກ່ບັນດາແຂວງພາກໃຕ້ ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ພິທີອອກເຄື່ອນພົນ, ທ່ານພັນເອກ ໂດ໊ແຢງເວື້ອງ, ຜູ້ຮັບຜິດຊອບການເມືອງ ທະຫານປ້ອງກັນຊາຍແດນ ເນັ້ນໜັກວ່າ:

        “ກ່ອນອື່ນໝົດ, ນັກຮົບທຸກຄົນຕ່າງກໍຮັບຮູ້ໄດ້ເຖິງຄວາມອັນຕະລາຍ ແລະ ຄຳຮຽກຮ້ອງທີ່ຮີບດ່ວນຂອງໜ້າທີ່ປ້ອງກັນ, ຕ້ານໂລກລະບາດ. ພ້ອມແລ້ວທີ່ຈະຮັບການມອບໝາຍໜ້າທີ່ຕາມຄຳຮຽກຮ້ອງຂອງແຕ່ລະອົງການ, ຫົວໜ່ວຍໃນໄລຍະປະຕິບັດໜ້າທີ່ເພີ່ມເຕີມ, ເພື່ອເຮັດແນວໃດໃຫ້ພວກເຮົາປ້ອງກັນ, ຕ້ານໂລກລະບາດໄດ້ດີທີ່ສຸດ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19 ຢ່າງວ່ອງໄວທີ່ສຸດ, ຮັບປະກັນສຸຂະພາບ, ຄວາມປອດໄພທາງດ້ານຊີວິດອິນຊີຂອງປະຊາຊົນ”.

        ຕອນເຊົ້າວັນທີ 23 ສິງຫາ, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ) ກໍຈະຈັດຕັ້ງພິທີອອກເຄື່ອນພົນ ຈັດສົ່ງພະນັກງານ, ສຳມະນາກອນ 1.096 ຄົນ ໄປປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບັນດາແຂວງ, ນະຄອນເຂດພາກໃຕ້ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ