ກອງ​ປະ​ຊຸມ ADMM 17: ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ກັບ ອິນ​ເດຍ, ຍີ່​ປຸ່ນ, ຟີ​ລິບ​ປິນ

(VOVWORLD) - ວັນທີ 16 ພະຈິກ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຮັດວຽກກັບການນຳກະຊວງປ້ອງກັນປະເທດ ອິນເດຍ, ຍີ່ປຸ່ນ ແລະ ຟີລິບປິນ.
ກອງ​ປະ​ຊຸມ ADMM 17: ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ກັບ ອິນ​ເດຍ, ຍີ່​ປຸ່ນ, ຟີ​ລິບ​ປິນ - ảnh 1ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຮັດວຽກກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Shri Rajnath Singh

ຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 17 ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM+) ເປີດກວ້າງ ຄັ້ງທີ 10 ຢູ່ຈາກາຕາ, ອິນໂດເນເຊຍ, ວັນທີ 16 ພະຈິກ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຮັດວຽກກັບການນຳກະຊວງປ້ອງກັນປະເທດ ອິນເດຍ, ຍີ່ປຸ່ນ ແລະ ຟີລິບປິນ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Shri Rajnath Singh, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາ ແລະ ຍົກສູງປະສິດທິຜົນບັນດາກົນໄກໂອ້ລົມເຈລະຈາ ແລະ ປຶກສາຫາລື, ໃນນັ້ນມີການໂອ້ລົມເຈລະຈາ ດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີຄັ້ງທີ 14 ຢູ່ອິນເດຍ.

ທີ່ການຢ້ຽມຂ່ຳນັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Miyazawa Hiroyuhi, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະກັນລະຫວ່າງການນຳຂັ້ນສູງກະຊວງປ້ອງກັນປະເທດ, ຜັນຂະຫຍາຍການຮ່ວມມືດ້ານການທະຫານ, ບຳລຸງສ້າງ, ຄວາມປອດໄພທາງອິນເຕີເນັດ ແລະ ແກ້ໄຂ ຜົນຕາມມາຂອງສົງຄາມຢ່າງມີປະສິດທິຜົນ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Gilberto Teodoro, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ກຳນົດໃນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ, ປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສ, ກອງປະຊຸມການທະຫານ - ການປ້ອງກັນຊາດຫຼາຍຝ່າຍ ແລະ ຢຶດໝັ້ນຕໍ່ຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ