ກອງປະຊຸມ ASEAN SOM ຈັດກອງປະຊຸມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 32

(VOVWORLD) -ວັນທີ 26 ເມສາ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM) ໄດ້ຈັດກອງປະຊຸມຢູ່ສິງກະໂປ ເພື່ອສຳຫຼວດກວດຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 27 – 28 ເມສາ.

ກອງປະຊຸມ ASEAN SOM ຈັດກອງປະຊຸມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ

(ພາບ: TTXVN)

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ, ຫົວໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໃນອາຊຽນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

      ກອງປະຊຸມໄດ້ສຸມໃສ່ແລກປ່ຽນ ແລະ ເຫັນດີເປັນເອກະພາບກ່ຽວກັບລາຍການເຄື່ອນໄຫວ, ໂຄງການດຳເນີນງານ ແລະ ບັນດາບັນຊີລາຍຊື່ເອກະສານທີ່ຈະຍື່ນສະເໜີຕໍ່ບັນດາການນຳອາຊຽນ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32. ບັນດາປະເທດສະມາຊິກໄດ້ຕີລາຄາສູງການກະກຽມຢ່າງລອບຄອບຖີ່ຖ້ວນຂອງປະເທດປະທານສິງກະໂປ ໃຫ້ແກ່ກອງປະຊຸມຄັ້ງທຳອິດຂອງອາຊຽນ ໃນປີ 2018 ແລະ ເຊື່ອໝັ້ນວ່າ ດ້ວຍຫົວຂໍ້ທີ່ສ້າງສັນວ່າ “ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ກອງປະຊຸມຄັ້ງນີ້ຈະວາງອອກບັນດາການກຳນົດທິດຮ່ວມມືສຳຄັນເພື່ອຊຸກຍູ້ຄວາມສາມັກຄີ, ເປັນເອກະພາບ, ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາ… ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ ກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາທີ່ເປັນໜ້າສົນໃຈໃນການຮ່ວມມືອາຊຽນ ກໍຄືການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ