ກອງປະຊຸມ “ປ່ຽນໃໝ່ ແລະ ສ້າງລະບົບການເມືອງຢູ່ຫວຽດນາມໃຫ້ສົມບູບແບບ”

ກອງປະຊຸມ “ປ່ຽນໃໝ່ ແລະ ສ້າງລະບົບການເມືອງຢູ່ຫວຽດນາມໃຫ້ສົມບູບແບບ” - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 31/01, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດວ່າ​ດ້ວຍ​ຫົວ​ຂໍ້ “ປ່ຽນ​ໃໝ່ ​ແລະ ສ້າງ​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ​ໃຫ້​ສົມບູບ​ແບບ” ​ເພື່ອ​ແນ​ໃສ່​ສະໜອງ​ບັນດາ​ຂໍ້​ມູນ​ວິທະຍາສາດ ​ແລະ ສະພາບ​ຕົວ​ຈິງ​ຮັບ​ໃຊ້​ການສ້າງ​ເອກະສານ​ກອງ​ປະຊຸມ​ສູນ​ກາງ​ຊຸດ​ທີ 11. ປະ​ຈຸບັນລະບົບ​ການ​ເມືອງ​ຂອງຫວຽດນາມ ພວມ​ເຄື່ອນ​ໄຫວ​ຕາມ​ຫຼັກການ​ລະດົມ​ທຸກພາກສ່ວນ, ກຳລັງ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ການ​ເມືອງ​ຂອງ​ທົ່ວ​ປວງ​ຊົນ, ​ໃນ​ນັ້ນ​ມີ​ພັກ​ກອມ​ມູນິດ​ຫວຽດນາມ ​​ເປັນ​ແກ່ນສານ​ດ້ານ​ການ​ເມືອງ, ລັດ​ແມ່ນ​ເສົາ​ຄ້ຳ​ຂອງ​ລະບົບ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສັງຄົມ​ແມ່ນ​ອົງການສຳພັນ​ທະ​ມິດການ​ເມືອງ - ສັງຄົມ.

        ມີ​ບົດ​ປະກອບ​ຄຳ​ເຫັນ​ເກືອ​ນ 40 ບົດ​ໄດ້​ສະ​ເໜີ ​ແລະ ສົ່ງ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ຊີ້​ແຈ້ງ​ທັດສະນະ​ເປັນ​ພື້ນຖານ​ກ່ຽວ​ກັບ​ລະບົບ​ການ​ເມືອງ ​ແລະ ປ່ຽນ​ໃໝ່​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ; ຕີ​ລາຄາ​ບັນດາ​ຜົນງານ ​ແລະ ດ້ານ​ຕ່າງໆ​ຖືກ​ຈຳກັດໃນ​ການ​ເຄື່ອນ​ໄຫວຂອງລະບົບ​ການ​ເມືອງ​ຢູ່​ຫວຽດນາມ ​ໃນ​ວິວັດ​​ແຫ່ງ​ການ​ປ່ຽນ​ໃໝ່. ​ເພື່ອ​ປ່ຽນ​ໃໝ່ ​ແລະ​ສ້າງລະບົບ​ການ​ເມືອງ​ຢູ່​ຫວຽດນາມ ​ໃຫ້​ສົມບູບ​ແບບ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ມາດ​ຕະການ​ຕ່າງໆຄື: ປ່ຽນ​ໃໝ່​ທິດ​ທາງ​ການ​ນພາ​ຂອງຳ​ພັກທີ່​ມີ​ຕໍ່​ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການຈັດ​ຕັ້ງ​ການ​ເມືອງ, ສັງຄົມ; ສ້າງ​ກົນໄກ​ຕິດຕາມ​ກວດກາຂອງ​ປະຊາຊນທີ່​ມີ​ຕໍ່​ສິດ​ອຳນາດ​​ແຫ່ງ​ລັດ, ປ່ຽນ​ໃໝ່​, ​ເພີ່ມ​ທະວີ​ສິດ​ຕິດຕາມສິດ​ອຳນາດ​ແຫ່ງ​ລັດ; ຍົກ​ສູງ​ບົດບາດສັງ​ເກດ​ຕີ​ລາຄາ​ທາງສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ; ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຫຼຸດຜ່ອນ​ພະນັກງານ, ບັນຈຸ.

ຂ່າວ/ບົດ​ອື່ນ