ກອງປະຊຸມAIPA37 ອັດລົງຢູ່ມຽນມາ-ບັນດາມະຕິທີ່ຫວຽດນາມສະເໜີໄດ້ຮັບການຮັບຮອງເອົາ

ກອງປະຊຸມAIPA37 ອັດລົງຢູ່ມຽນມາ-ບັນດາມະຕິທີ່ຫວຽດນາມສະເໜີໄດ້ຮັບການຮັບຮອງເອົາ - ảnh 1
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ AIPA 37
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) –  ວັນ​ທີ 2/10, ກອງ​ປະຊຸມ​ສະມັດຊາລັດຖະສະພາລະ​ຫວ່າງ​ຊາດ ອາ​ຊຽນ (AIPA -37) ​ໄດ້​ຈັດ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 2 ​ແລະ ດຳ​ເນີນ​ພິທີ​ອັດ​ຢູ່ Nay Pyi Taw, ປະ​ເທດ ມຽນມາ. ທີ່​ກອງ​ປະຊຸມ​ທົ່ວ​ຄະນະ​ຄັ້ງ​ທີ 2, ກອງ​ປະຊຸມ​ AIPA -37 ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ກຳມາ​ທິການ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ, ກຳມາ​ທິການ​ບັນດາ​ບັນຫາ​ການ​ເມືອງ,  ກຳມາ​ທິການ​ບັນດາ​ບັນຫາການຈັດ​ຕັ້ງ, ກຳມາ​ທິການ​ບັນດາ​ບັນຫາ​ເສດຖະກິດ, ກຳມາ​ທິການ​ບັນດາ​ບັນຫາສັງຄົມ ​ແລ​ະ ກຳມາ​ທິກ​ານບັນດາ​ຖະ​ແຫຼ​ງການ​ຮ່ວມ, ພ້ອມ​ທັງ​ຮັບຮອງ​ເອົາ​ບັນດາ​ບົດ​ລາຍ​ງານ​ທີ່​ໄດ້​ປຶ​ກສາ​ຫາລື​ຢູ່​ບັນດາ​ກຳມາ​ທິການ. ທີ່ກອງ​ປະຊຸມ​ສະມັດຊາ​ AIPA -37, ຫວຽດນາມ ​ໄດ້​ສະ​ເໜີ ​ແລະ ຍື່ນ​ສະ​ເໜີ​ມະຕິ 3 ສະບັບ. ທັງ 3 ມະຕິ​ໄດ້​ຮັບ​ການ​ຊົມ​ເຊີຍ​, ສະໜັບ​ສະ​ໜູນຢ່າງ​ສູງຈາກ​ສະມາຊິກ AIPA ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່ ກອງ​ປະຊຸມ​ AIPA -37. ສະພາ​ແຫ່ງ​ຊາດ ຫວຽດນາມ ກໍ່​ໄດ້​ສະ​ເໜີ ​ແລະ ກອງ​ປະຊຸມ​ AIPA -37 ກໍ່ສະໜັບສະໜູນ ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ ອາ​ຊຽນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ໃນ​ປະຊາ​ຄົມ ອາ​ຊຽນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພາຍຫຼັງ​ຮັບຮອງ​ເອົາ​ມະຕິ 25 ສະບັບ, ບັນດາ​ຫົວໜ​້າຄະນະ​ຜູ້​ແທນ​ສະມາຊິກ AIPA, ​ໃນ​ນັ້ນ​ຫົວໜ້າ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ ຫວຽດນາມ​ແມ່ນ​ທ່ານ ຫງວຽນ​ວັນ​ເຢົ່າ, ປະທານກຳມາ​ທິການ​ການ​ຕ່າງປະ​ເທດ, ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ.


ຂ່າວ/ບົດ​ອື່ນ