ກອງປະຊຸມCOP21ກ້າວເຂົ້າສູ່ໄລຍະຕົກລົງ

ກອງປະຊຸມCOP21ກ້າວເຂົ້າສູ່ໄລຍະຕົກລົງ - ảnh 1
(ພາບ​ປະ​ກອ​ບ)

(vovworld) - ​​ວັນ​ທີ 06/12, ຕີ​ລາ​ຄາ​ກ່ຽວ​ກັບ​ສັບ​ປະ​ດາ​ເຈ​ລະ​ຈາ​ທຳ​ອິດ ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ຄັ້ງ​ທີ 21 ສົນ​ທິ​ສັນ​ຍາ​ແມ່​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 21), ຖືກດຳ​ເນີນ​ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ, ແຕ່​ວັນ​ທີ 30/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ຊ​ີ້​ແຈ້ງວ່າ ປະ​ຈຸ​ບັນ ​ບັນ​ດາ​ການ​ເຈ​ລະ​ຈາ​ຍັງ​ບໍ່​ທັນ​ສິ້ນ​ສຸດ, ​ແລະ ພ​ວມ​ກ້າວ​ເຂົ້າ​ສູ່ໄລ​ຍະ​ຕົກ​ລົງ. ຕາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ​ແລ້ວ, ຝ່າຍ​ຕ່າງໆພວມ​ສືບ​ຕໍ່​ຊອກ​ຫາວ​ິ​ທີ​ປະ​ນິ​ປະ​ນອມ ແລະ ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງກວ່າ. ພາຍ​ຫຼັງ​ສັບ​ປະ​ດາ​ທຳ​ອິດ, ຝ່າຍ​ຕ່າງໆ​ໄດ້​ເປັນ​ເອ​ກະ​ພາບ​ໂດຍ​ພື້ນ​ຖານ​ຮັບ​ຮອງ​ເ​ອົາ​​ຮ່າງສັນ​ຍາ​ທົ່ວ​ໂລກກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ, ຄາດ​ໝາຍ​ຕົ້ນ​ຕໍ​​ແມ່ນ​ຈຳ​ກັດ​​ການ​ເພີ່ມອຸນ​ຫະ​ພູມ​​ທົ່​ວ​ໂລກ​ເຖິງ​ປີ 2100 ​ແມ່ນ 2 ອົງ​ສາ. ແຕ່​ວ່າ, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ COP 21 ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປະ​ຕິ​ບັດ​​ຄາດ​ໝາຍ​ດັ່ງ​ກ່າວ​ໃຫ​້​ໄດ້. ສະ​ນັ້ນ, ​ຄາດ​ໝາຍ​​ຈຳກັດ​ລະ​ດັບ​ເພີ່ມ​​ອຸນ​ຫະ​ພູ​ມ​ຂອງ​ໜ່ວຍ​ໂລກ​ອາດ​ຈະ​ຫຼຸດ​ລົງ​ 1,5 ອົງ​ສາ.

ຂ່າວ/ບົດ​ອື່ນ