ກອງປະຊຸມG-20ອອກຖະແຫຼງການຮ່ວມ

ກອງປະຊຸມG-20ອອກຖະແຫຼງການຮ່ວມ - ảnh 1
ກອງປະຊຸມG-20ອອກຖະແຫຼງການຮ່ວມ
(ພາບ: reuters)


(vovworld) – ພາຍຫຼັງ​ຈັດ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ, ຢູ່​ນະຄອນ Antalya, ​ທາງ​ພາກ​ໃຕ້ ຕວກກີ, ວັນ​ທີ 16/11, ບັນດາ​ການ​ນຳກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G - 20) ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ສົມ​ດຸ່ນ, ໝັ້ນຄົງ ​ແລະ ​ເຂັ້ມ​ແຂງ. ພາຍ​ຫຼັງ​ປຶ​ກສາ​ຫາລື​ບັນດາ​ບັນ​ຫາ​ເສດຖະກິດ ​ແລະ ກາ​ນ​ເງິນ​ຮີບ​ດ່ວນ​​ໃນ​ປະຈຸ​ບັນ, ການ​ນຳ​ບັນດາ​ປະ​ເທດ G – 20 ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເຄື່ອນ​ໄຫວ​ຫຼາຍ​ກວ່າອີກ ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດ​ການ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກທີ່​ພວມ​ອ່ອນ​ເພຍ. ຖະ​ແຫຼ​ງການ​ຮ່ວມ​ພາຍ​ຫຼັງກອງ​ປະຊຸມ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເຕີບ​ໂຕ​ດ້ານ​​ເສດຖະກິດ​ທົ່ວ​ໂລກ​​ໃນປະຈຸ​ບັນ ບໍ່​ສະໝໍ່າສະ​ເໝີ​ ​ແລະ ຊັກ​ຊ້າ​ຢູ່ ເມື່ອ​ທຽບ​ໃສ່​ຄວາມ​ມຸ່ງ​ຫວັງ. ຄຽງ​ຂ້າງ​ນັ້ນ, ຖະ​ແຫຼ​ງການ​ຮ່ວມ G – 20 ຍັງ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ປະຕິ​ຮູບ​ລະບົບ​ພາສີ​ສາກົນ, ການປະຕິ​ຮູບ​ກອງ​ທຶນ​ເງິນຕາ​ສາກົນ (IMF), ຊຸກ​ຍູ​້ການສ້າງວຽກ​​ເຮັດ​ງານ​ທຳ, ການລົງທຶນ, ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການຕ້ານ​ການ​ສໍ້​ລາ​ບັງ​ຫຼວງ ​ແລະ ​ການເພີ່ມ​ທະວີ​​​ມີ​ປະສິດທິ​ຜົນໃນການ​ນຳ​ໃຊ້​ພະລັງງານ.

ຂ່າວ/ບົດ​ອື່ນ