ກອງປະຊຸມການທ່ອງທ່ຽວສາກົນ ນະຄອນ ໂຮ່ຈິມີນ ປີ 2012

ກອງປະຊຸມການທ່ອງທ່ຽວສາກົນ ນະຄອນ ໂຮ່ຈິມີນ ປີ 2012 - ảnh 1
ພາບປະກອບ:internet


(vovword)- ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ການທ່ອງທ່ຽວສາກົນ ນະຄອນ ​ໂຮ່ຈິ​ມີນ ປີ 2012 ຈະ​ຈັດ​ຕັ້ງ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15/9 ຢູ່ ສູນ​ກອງ​ປະຊຸມ - ງານ​ວາງສະ​ແດງ ​ໄຊ​ງອ່ນ. ປີ​ນີ້ ລາຍການ​ຈະ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຂອງ​ລູກ​ຄ້າ. ສຳລັບ​ລູກ​ຄ້າ​ສາກົນ, ຄຽງ​ຄູ່​ກັບ​ຕະຫລາດ​​ເດີມ, ຄະນະ​ຈັດຕັ້ງ​ໄດ້​ສຳ​ພັດ ​ແລະ ຕັ້ງ​ບັນຫາ​ກັບ​ບໍລິສັດ​ການບິນ​ບາງ​ແຫ່ງ ​ແລະ ຄູ່​ຮ່ວມ​ມື​ສາກົນ ​ສະ​ເຫ​ນີສົມທົບ​ເຊຶ້ອ​ເຊີນ​ລູກ​ຄ້າ 120 ຄົນ​ມີ​ຄວາມ​ສົນ​ໃຈ​ເຖິງ ຫວຽດນາມ ທີ່​ມາ​ຈາກ​ຕະຫລາດ ​ເອີ​ລົບ​ໃຕ້, ອາ​ຟຼິກາ​ໃຕ້, ຕວັກ​ກີ, ລັດ​ເຊຍ, ຈີນ, ​ເອີ​ລົບ​ເຫນືອ, ອາ​ເມ​ລິ​ກາ ​ແລະ ອີນ​ເດຍ.

ຂ່າວ/ບົດ​ອື່ນ