ກອງປະຊຸມການຮ່ວມມືແລະພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ

ກອງປະຊຸມການຮ່ວມມືແລະພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ຕອນ​ບ່າຍ​ວັນ​ທີ 15/3, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ ໄດ້​​ດຳ​ເນີນ​ກອງ​ປະ​ຊຸມ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ບັນ​ດາ​ແຂວງ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ຄັ້ງ​ທີ 9 ພາຍ​ໃຕ້​ການ​ເປັນ​ປະ​ທານ​​ຮ່ວມຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ Samdech Sar Kheng.

        2 ຝ່າຍ​​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ປະ​ເທດ, ຕັ້ງ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ​ແລ້ວ, ປັບ​ປຸງ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຄ້າ​ເຂດ​ຊາຍ​ແດນ. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ກັນ​ກ່ຽ​ວ​ກັບ​ການ​ລົງ​ທຶນ, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ຂີດ​​ເສັ້ນ​ຊາຍ​ແດນ, ປັກຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ​ປະ​ຊາ​ຊົນ.

        ສິ້ນ​ສຸດກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ.


ຂ່າວ/ບົດ​ອື່ນ