ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich: ຄວາມໝັ້ນຄົງທົ່ວໂລກຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງໃນຕໍ່ໜ້າ

(VOVWORLD) -ວັນທີ 18 ກຸມພາ, ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະຈຳປີຄັ້ງທີ 54 ໄດ້ອັດລົງຢູ່ນະຄອນ Munich, ປະເທດເຢຍລະມັນ ດ້ວຍຂໍ້ລິເລີ່ມຫຼາຍຢ່າງໄດ້ນຳສະເໜີເພື່ອແກ້ໄຂບັນດາບັນຫາຄວາມໝັ້ນຄົງທົ່ວໂລກ.

ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich: ຄວາມໝັ້ນຄົງທົ່ວໂລກຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງໃນຕໍ່ໜ້າ - ảnh 1ທ່ານປະທານ MSC Wolfgang Ischinger

(ພາບ:  AFP/TTXVN)

ໃນ 3 ວັນດຳເນີນກອງປະຊຸມ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງທົ່ວໂລກຄື: ການປະທະກັນຢູ່ຕາເວັນອອກກາງ, ບັນຫານິວເຄຼຍໃນແຫຼມເກົາຫຼີ, ບັນດາການພົວພັນຂ້າມມະຫາສະມຸດອັກລັງຕິກ… ໄດ້ຍົກອອກມາເພື່ອປຶກສາຫາລື. 

        ໃນບົດກ່າວປາໄສທີ່ພິທີອັດ, ທ່ານປະທານ MSC Wolfgang Ischinger ໃຫ້ຮູ້ວ່າ, ພາຍຫຼັງກອງປະຊຸມນີ້, ຝ່າຍຕ່າງໆສາມາດກຳແໜ້ນໄດ້ບັນດາສິ່ງທ້າທາຍໃໝ່ ກໍຄືສິ່ງຕ່າງໆທີ່ຄວນຫຼີກລ້ຽງ, ແຕ່ກໍ່ຕ້ອງມີບັນດາບາດກ້າວລະອຽດເພື່ອຜັນຂະຫຍາຍທຸກວິໄສທັດ ແລະ ແນວຄວາມຄິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ