ກອງປະຊຸມຂັ້ນສູງ MEF ມຸ່ງໄປເຖິງການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານຢ່າງຍາວນານ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານກອງປະຊຸມຂັ້ນສູງແບບທາງໄກເວທີປາໄສບັນດາພື້ນຖານເສດຖະກິດໃຫຍ່ກ່ຽວກັບພະລັງງານ ແລະ ດິນຟ້າອາກາດ
ກອງປະຊຸມຂັ້ນສູງ MEF ມຸ່ງໄປເຖິງການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານຢ່າງຍາວນານ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: Getty)

ວັນທີ 17 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານກອງປະຊຸມຂັ້ນສູງແບບທາງໄກເວທີປາໄສບັນດາພື້ນຖານເສດຖະກິດໃຫຍ່ກ່ຽວກັບພະລັງງານ ແລະ ດິນຟ້າອາກາດ (MEF). ນີ້ແມ່ນຄັ້ງທີ 3 ທີ່ທ່ານປະທານາທິບໍດີ Joe Biden ເປັນປະທານເວທີປາໄສນີ້ ນັບແຕ່ດຳລົງຕຳແໜ່ງມາຕົ້ນປີກາຍ.

        ກອງປະຊຸມແມ່ນຄວາມມານະພະຍາຍາມຕໍ່ໄປຂອງ ອາເມລິກາ ໃນການນຳໃຊ້ເຄື່ອງມືທັງໝົດເພື່ອຮັບມືກັບວິກິດການ ການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຢ່າງຮີບດ່ວນກ່ຽວກັບລາຄາພະລັງງານເພີ່ມຂຶ້ນຢ່າງແຮງໃນທົ່ວໂລກ ທີ່ເລີ່ມມາຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກອງປະຊຸມກໍ່ເພື່ອແນໃສ່ຊຸກຍູ້ໃຫ້ ອາເມລິກາ ແລະ ບັນດາສຳພັນທະມິດ, ຄູ່ຮ່ວມມືມຸ່ງໄປເຖິງການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານຢ່າງຍາວນານ.

        ໃນກອງປະຊຸມປີນີ້, ບັນຫາພະລັງງານຈະໄດ້ເຕື້ອງເຖິງຫຼາຍກວ່າ ເມື່ອລາຄາພະລັງງານໃນທົ່ວໂລກເພີ່ມຂຶ້ນຢ່າງກະທັນຫັນສູງທີ່ສຸດໃນຮອບເວລາຫຼາຍ 10 ປີຜ່ານມາ ໄດ້ເຮັດໃຫ້ເກີດໄພເງິນເຟີ້ ແລະ ຜະລິດຕະພັນປະເທດເຄື່ອງໃສ້ຊອຍຂຶ້ນລາຄາ.

ຕອບກັບ

ຂ່າວ/ບົດ​ອື່ນ