ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ຈະດຳເນີນແຕ່ວັນທີ 12-15ພະຈິກຕາມຮູບການອອນລາຍ

(VOVWORLD) -ຢູ່ນອກກອງປະຊຸມຂັ້ນສູງອາຊຽນ ເປັນຄັ້ງທຳອິດກອງປະຊຸມສຸດຍອດບັນດາການນຳຍິງ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ການລົງທຶນ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊີຕາເວັນອອກ..ກໍ່ຈະໄດ້ຈັດຕັ້ງຂຶ້ນ
ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ຈະດຳເນີນແຕ່ວັນທີ 12-15ພະຈິກຕາມຮູບການອອນລາຍ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສຸງອາຊຽນຄັ້ງທີ 36

ຕອນບ່າຍວັນທີ 5 ພະຈິກ ຢູ່ ຮ່າໂນ້ຍ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37 ແລະ         ບັນດາການເຄື່ອນໄຫວສຳຄັນສຸດທ້າຍ ໃນປີ ປະທານອາຊຽນ 2020. ຕາມນັ້ນແລ້ວ ກອງປະຊຸມຂັ້ນສູງອາຊຽນ ຈະດຳເນີນແຕ່ວັນທີ 12-15 ພະຈິກ ຕາມຮູບການອອນລາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ແລະບັນດາກອງປະຊຸມກ່ຽວຂ້ອງ. ຢູ່ນອກກອງປະຊຸມດັ່ງກ່າວ ເປັນຄັ້ງທຳອິດກອງປະຊຸມສຸດຍອດບັນດາການນຳຍິງ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ການລົງທຶນ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊີຕາເວັນອອກ..ກໍ່ຈະໄດ້ຈັດຕັ້ງຂຶ້ນ. ທ່ານ ເຢືອງຮ່ວາຍນາມ ໃຫ້ຮູ້ວ່າ:

“ທີ່ກອງປະຊຸມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາການນຳ ອາຊຽນ, ບັນດາຄູ່ຮ່ວມມືຈະປຶກສາຫາລືກ່ຽວກັບວິວັດທະນາການປະຕິບັດປະຊາຄົມອາຊຽນ, ເຮັດສຳເລັດບັນດາບຸລິມະສິດ ຂໍ້ລິເລີ່ມ ອາຊຽນ 2020, ຊຸກຍູ້ການພົວພັນຄູ່ຮ່ວມມືຂອງອາຊຽນ,ບັນດາບັນຫາພາກພື້ນ ແລະໂລກ, ກຳນົດ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ພິເສດໃນສະພາບໂລກລະບາດໂຄວິດ 19 ພວມແຜ່ລາມອອກສູ່ວົງກວ້າງຢູ່ຫລາຍປະເທດ”

ຕອບກັບ

ຂ່າວ/ບົດ​ອື່ນ