ກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ

(VOVWORLD) - ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ເປັນປະທານກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ 
ກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫົວໜ້າຄະນະຊີ້ນຳ

ດຳເນີນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫົວໜ້າຄະນະຊີ້ນຳ ຕີລາຄາວ່າ: ນັບແຕ່ພາຍຫລັງກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳໃນເດືອນ ເມສາ 2017, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຮັບໝາກຜົນຢ່າງຕັ້ງໜ້າ, ບັນລຸໄດ້ຄວາມຄືບໜ້າ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ໄດ້ຮັບຄວາມຊົມເຊີຍ, ຕີລາຄາສູງຈາກປະຊາຊົນ. ທ່ານເລຂາທິການໃຫຍ່ ຊົມເຊີຍຄະນະປະຈຳຄະນະຊີ້ນຳໄດ້ມີຄວາມເປັນເອກະພາບສູງ ແລະ ຍົກອອກບັນຊີລາຍຊື່ ບັນດາວຽກງານຄວນຜັນຂະຫຍາຍປະຕິບັດບັນດາຄະດີ, ກໍລະນີທີ່ໄດ້ວາງອອກຢ່າງຮີບດ່ວນ, ຕັ້ງໜ້າ, ຂ້ຽວຂາດ, ມີປະສິດທິຜົນກ່ວາ. 

ຕອບກັບ

ຂ່າວ/ບົດ​ອື່ນ