ກອງປະຊຸມຄັ້ງທີ 16 ຄະນະຊີ້ນຳຕ້ານການຂຸດຄົ້ນ IUU
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເປົ້າໝາຍແມ່ນຕ້ອງຢຸດຕິການຂຸດຄົ້ນ IUU ເພື່ອໃຫ້ຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ໃນປີນີ້.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ) |
ຕອນຄ່ຳວັນທີ 07 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 16 ແບບທາງໄກຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU), ເຊິ່ງໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄ້ມທະເລ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເປົ້າໝາຍແມ່ນຕ້ອງຢຸດຕິການຂຸດຄົ້ນ IUU ເພື່ອໃຫ້ຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ໃນປີນີ້. ທ່ານຮຽກຮ້ອງໃຫ້ອຳນາດການປົກຄອງ, ກຳລັງທີ່ມີໜ້າທີ່ ເພີ່ມທະວີການຄວບຄຸມຢ່າງແໜ້ນແຟ້ນກວ່າ; ໂຄສະນາ, ຂົນຂວາຍ, ສຶກສາປະຊາຊົນປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ; ສ້າງເງື່ອນໄຂຫັນປ່ຽນອາຊີບໃຫ້ແກ່ຊາວປະມົງ…. ປະຕິບັດບັ້ນເຄື່ອນໄຫວນັ້ນນັບແຕ່ນີ້ຮອດວັນທີ 15 ພະຈິກ 2025 ເພື່ອແກ້ໄຂສະພາບການຂຸດຄົ້ນ IUU ຢ່າງເຖິງທອງ.