ກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການປັບປຸງ ລັດຖະທຳມະນູນປີ 1992

 

ກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການປັບປຸງ ລັດຖະທຳມະນູນປີ 1992 - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນຊິງຮຸ່ງເປັນປະທານກອງປະຊຸມ
ຄັ້ງທີ 2  ຂອງຄະນະ​ກຳມະການ​ປັບປຸງ​ເ​ພີ່​ມ​ເຕີມ​ລັດ​ຖະທຳ​ມະນູນ​ປີ 1992.
(ພາບ:tapchicongsan.)

   Vovworld- ວັນ​ທີ 21 ກຸມພາ, ທ່ານ​ ຫງວຽນຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ປັບປຸງ​​ເພີ່​ມ​ເຕີມ​ລັດ​ຖະທຳ​ມະນູນ​ປີ 1992 ​ໄດ້​ເປັນປະທານ ກອງປະຊຸມຄັ້ງທີ 2 ຂອງຄະນະ​ກຳມະການ​ປັບປຸງ​ເ​ພີ່​ມ​ເຕີມ​ລັດ​ຖະທຳ​ມະນູນ​ປີ 1992. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນຊິງຮຸ່ງ ໄດ້ຊີ້ແຈງວ່າ:  ກອງປະຊຸມຄັ້ງທີ 2 ນີ້ຈະຕີລາຄາຮ່າງ ບົດ ລາຍງານສະຫຼຸບ ການປະຕິບັດລັດຖະທຳມະນູນປີ 1992, ພ້ອມທັງໃຫ້ຄຳເຫັນໃສ່ ບາງກຳນົດທິດ ໃຫຍ່ໃນການປັບປຸງ ລັດຖະທຳມະນູນປີ 1992. ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນຊິງຮຸ່ງສະເໜີວ່າ: ໃນ ບົດ ລາຍງານສະຫຼຸບ ການປະຕິບັດ ລັດຖະທຳມະນູນປີ 1992, ບັນດາສະມາຊິກຂອງຄະນະກຳມະການຄວນລົງເລິກ ໃຈ້ແຍກ ບັນດາດ້ານ ຈຳກັດ, ຄົງຄ້າງເພື່ອວາງບັນດາມາດຕະການແກ້ໄຂປັບປຸງ.

   ເມື່ອເນັ້ນໜັ້ກເຖິງສະພາວະປັບປຸງ ລັດຖະທຳມະນູນປີ 1992, ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນຊິງຮຸ່ງ ຖືວ່າ: ການປັບປຸງລັດຖະທຳມະນູນຕ້ອງສາມາດ ຕອບສະໜອງຄວາມ​ຕ້ອງການ​ທີ່​ສອດຄອງກັບ​ການ​ຜັນ​ແປ​ຢູ່​ພາຍ​ໃນ​ປະ​ເທດ, ການ​ທຳນາຍ​ທ່າ​ອຽງ​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ຕິດ​ແທດ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ບົນ​ຈິດ​ໃຈ​ປັບປຸງ, ສ້າງ​ເປັນ​ລັດຖະທຳມະນູນ​ພື້ນຖານ, ຍາວ​ນານ, ມີ​ຄວາມ​ໝັ້ນຄົງ​ເພື່ອ​ຮັບ​ໃຊ້​ພາລະກິດ​ລວມຂອງ​ປະ​ເທດ​ຊາດ. ການ​ປັບປຸງ ລັດຖະທຳມະນູນປີ 1992 ຕ້ອງ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຢ່າງ​ແຂງ​ແຮງ, ຢືນຢັນ​ດ້ານ​ທາດ​ແທ້​ຂອງ​ລັດ​ແມ​ນ່ຂອງ​ປະຊາຊົນ, ມາ​ຈາກ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ​ແລະ ອື່ນໆ.

   ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນຊິງຮຸ່ງຍັງ​ເນັ້ນ​ໜັ້ກວ່າ: ການ​ປັບປຸງ ລັດຖະທຳມະນູນປີ 1992 ຄວນ​ສືບ​ຕໍ່​ຢັ້ງຢືນ​ບົດບາດ​ທາງ​ດ້ານ​ນິຕິ​ທຳ, ​ເຮັດ​ໃຫ້​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ​ນຳພາຂອງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄວາມ​ຜູກ​ພັນ​ລະຫວ່າ​ງພັກ​ກັບ​ປະຊາຊົນ. ການ​ຮຽບຮຽງ​ຮ່າງ​ລັດຖະມະນູນ​ສະບັບ​ປັບປຸງກໍ​ຕ້ອງ​ມຸ່ງ​ໄປ​ສູ່​ຈຸດໝາຍ​ສ້າງ​ກຳລັງ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ກິດຈະການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສັງຄົມ, ສອດ​ຄອງ​ກັບ​ສະພາບ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງຮຸ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ຮັບ​ເອົາຄຳ​ເຫັນຂອງ​ບັນດາ​ສະມາຊິກ​ໃນ​ຄະນະ​ກຳມະການ​ດັ່ງ​ກ່າວ, ຮ່າງ​ລັດຖະທຳ​ມະນູນ​ສະ​ບັບປຸງ​ຈະ​ຖືກ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ວິທີ​ການ, ວັນ​ເວລາ​ປະກາດ ​ແລະ ການ​ເກັບ​ກຳ​ຄຳ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ.
ຂ່າວ/ບົດ​ອື່ນ