ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ຂັ້ນສູງ APEC 2018 ສືບຕໍ່ຊຸກຍູ້ການຮ່ວມມືແລະເຊື່ອມຕໍ່ເສດຖະກິດພາກພື້ນ

(VOVWORLD) -ໃນລະຫວ່າງວັນທີ 04 – 20 ສິງຫາ, ຢູ່ນະຄອນຫຼວງ Port Moresby, ປະເທດ Pampua New Guinea, ປະເທດເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2018, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຂອງບັນດາເຈົ້າໜ້າທີ່ຂັ້ນສູງ APEC

ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ຂັ້ນສູງ APEC 2018 ສືບຕໍ່ຊຸກຍູ້ການຮ່ວມມືແລະເຊື່ອມຕໍ່ເສດຖະກິດພາກພື້ນ - ảnh 1 ກອງປະຊຸມຄັ້ງທີ 3 ຂອງບັນດາເຈົ້າໜ້າທີ່ຂັ້ນສູງ APEC

(ພາບ: VTV)

ກອງປະຊຸມຄັ້ງທີ 2 ຂອງກຸ່ມສ້າງວິໄສທັດ APEC ແລະ ການເຈລະຈາ, ກອງປະຊຸມຂອງບັນດາຄະນະກຳມະການ, ກຸ່ມວຽກງານກ່ຽວຂ້ອງເຖິງຫຼາຍຂົງເຂດຮ່ວມມື APEC ເກືອບ 80 ຄັ້ງ.

        ນີ້ແມ່ນໜຶ່ງໃນບັນດາບັ້ນດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ຂັ້ນສູງສຳຄັນທີ່ສຸດ ເພື່ອກະກຽມໃຫ້ສັບປະດາຂັ້ນສູງ APEC 2018 ເຊິ່ງຈະດຳເນີນຢູ່ນະຄອນຫຼວງ Port Moresby ໃນເດືອນ ພະຈິກ ຈະມາເຖິງ. ບັນດາກອງປະຊຸມໄດ້ດຶງດູດຜູ້ແທນເຂົ້າຮ່ວມເກືອບ 2000 ທ່ານ ທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC. ຄະນະຜູ້ແທນຫວຽດນາມ ລວມມີຜູ້ຕາງໜ້າຂອງ 7 ອົງການກ່ຽວຂ້ອງຄື: ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳການຄ້າ, ກະຊວງປ້ອງກັນປະເທດ…

        ທີ່ກອງປະຊຸມ, ບັນດາສະມາຊິກໄດ້ເນັ້ນໜັກວ່າ ຄວນສືບຕໍ່ຍູ້ແຮງການຮ່ວມມືເພື່ອຮັກສາທ່າຮ່ວມສຳພັນດ້ານເສດຖະກິດພາກພື້ນ, ປັບປຸງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າຂອງພາກພື້ນ, ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ຮ່ວມສຳພັນຜ່ານການຄ້າ ແລະ ການລົງທຶນຢ່າງເສລີ ແລະ ເປີດ, ສ້າງວຽກເຮັດງານທຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ