ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ : ຍົກສູງປະສິດທິຜົນການລົງນາມ, ປະຕິບັດຂໍ້ຕົກລົງສາກົນ.

(VOVWORLD) -ຕອນເຊົ້າວັນທີ 22 ເມສາ, ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ
ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ : ຍົກສູງປະສິດທິຜົນການລົງນາມ, ປະຕິບັດຂໍ້ຕົກລົງສາກົນ.  - ảnh 1 ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການສ້າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ແມ່ນເພື່ອແນໃສ່ສ້າງບັນດາຂໍ້ກຳນົດຂອງກົດໝາຍປະຈຸບັນ ກ່ຽວກັບການລົງນາມ, ປະຕິບັດບັນດາເອກະສານຮ່ວມມືສາກົນ ທີ່ບໍ່ແມ່ນສົນທິສັນຍາສາກົນ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ, ກຳນົດແຈ້ງສິດອຳນາດ, ຄວາມຮັບຜິດຊອບຂອງຂະແໜງການ, ຂັ້ນຕ່າງໆຈາກສູນກາງລົງຮອດທ້ອງຖິ່ນໃນວຽກງານປະຕິບັດຂໍ້ຕົກລົງສາກົນ

    ແລະ ກໍໃນຕອນເຊົ້າວັນດຽວກັນ , ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດການປະຢັດ ຕ້ານການຟູມເຟືອຍປີ 2019 . 

ຕອບກັບ

ຂ່າວ/ບົດ​ອື່ນ