ກອງ​ປະ​ຊຸມ​ຄັ້ງ​ທີ 56 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ: ຫວຽດ​ນາມ ນຳ​ສະ​ເໜີ​ມະ​ຕິ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິດ​ທິ​ມະ​ນຸດ

(VOVWORLD) - ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ, ຄາດວ່າດຳເນີນແຕ່ວັນທີ 18 ມິຖຸນາ ຫາວັນທີ 12 ກໍລະກົດ ດ້ວຍຫຼາຍວາລະສົນທະນາ ແລະ ປຶກສາຫາລື.

ກອງ​ປະ​ຊຸມ​ຄັ້ງ​ທີ 56 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ: ຫວຽດ​ນາມ ນຳ​ສະ​ເໜີ​ມະ​ຕິ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິດ​ທິ​ມະ​ນຸດ - ảnh 1ວາລະປະຊຸມ ຂອງສະພາສິດທິມະນຸດ (ພາບ: TTXVN)

ວັນທີ 18 ມິຖຸນາ, ຢູ່ເຊີແນວ, ສະວິດ, ກອງປະຊຸມຄັ້ງທີ 56 ສະພາສິດທິມະນຸດ ສປຊ ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ ແລະ ກວ່າ 10 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ທີ່ມີສຳນັກງານຕັ້ງຢູ່ນະຄອນ ເຊີແນວ, ປະເທດສະວິດ. ໃນກອງປະຊຸມ, ຫວຽດນາມ ຕາງໜ້າໃຫ້ກຸ່ມປະເທດຫຼັກແຫຼ່ງ (ລວມມີ ຫວຽດນາມ, ບັງກະລາເທດ ແລະ ຟີລິບປິນ) ເປັນປະທານແນະນຳມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ, ດ້ວຍຫົວຂໍ້ “ຮັບປະກັນສິດທິມະນຸດໃນວິວັດການຫັນປ່ຽນຢ່າງຍຸຕິທຳ”.

        ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການສ້າງ ແລະ ຮັບຮອງເອົາມະຕິສະບັບນີ້ ກໍຄືໃນການເຄື່ອນໄຫວຂອງກຸ່ມປະເທດຫຼັກແຫຼ່ງນັ້ນ ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງປະກອບສ່ວນຜັນຂະຫຍາຍປະຕິບັດນະໂຍບາຍການຕ່າງປະເທດຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາລວມຂອງປະຊາຄົມສາກົນ.

        ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ, ຄາດວ່າດຳເນີນແຕ່ວັນທີ 18 ມິຖຸນາ ຫາວັນທີ 12 ກໍລະກົດ ດ້ວຍຫຼາຍວາລະສົນທະນາ ແລະ ປຶກສາຫາລື.


ຕອບກັບ

ຂ່າວ/ບົດ​ອື່ນ