ກອງປະຊຸມຄັ້ງທີ 8 ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ 11

ກອງປະຊຸມຄັ້ງທີ 8 ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ 11 - ảnh 1
 (ພາບ:
baokhanhhoa.com.vn)

 (vovworld)-​​​​ ​ ຕອນ​ເຊົ້າວັນ​ທີ 5/10, ​ໃນ​ມື້​ເຮັດ​ວຽກ​ທີ 6 ຂອງກອງ​ປະຊຸມ​ຄັ້ງທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11, ບັນດາ​ຜູ້​ແທນ​ໄດ້​ປຶ​ກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ: ຂໍ້​ກຳນົດ​ການ​ເລືອກ​ຕັ້ງ​ໃນ​ພັກ; ການ​ສ້າງຕັ້ງບັນດາ​ອະນຸ​ກຳມະການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງ​ພັກ. ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ, ປຶກສາ​ຫາລື​ສອງ​​ເນື້ອ​ໃນ​ດັ່ງກ່າ​ວ. ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ຕາງໜ້າ​ກົມ​ການ​ເມືອງ​ຊີ້​ນຳ​ກອງ​ປະຊຸມ.

ຂ່າວ/ບົດ​ອື່ນ