ກອງປະຊຸມຄັ້ງທີ5ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຊຸດທີ6

ກອງປະຊຸມຄັ້ງທີ5ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຊຸດທີ6 - ảnh 1
ທ່ານ ຫງວຽນ​ກວກ​ເກື່ອງ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ
ພາບ:hoinongdan.org.vn

(vovworld)- ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໃນ​ຕ​ອນ​ເຊົ້າ​ວັນ​ທີ 14/1 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ກວກ​ເກື່ອງ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຜ່ານ​ໄລ​ຍະ 5 ປີ​​ປະ​ຕິ​ບັດບົດ​ສະ​ຫລຸບ​ຂອງ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ກ່ຽວ​ກັບ​ແຜນ​ຮ່າງ “ຍົກ​ສູງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ໄລ​ຍະ 2010-2020” ແລະ 3 ປີ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ “ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ປະ​ຕິ​ບັດ​ໂດຍ​ກົງ ແລະ ສົມ​ທົບ​ກັນ​ປະ​ຕິ​ບັດ​ບາງ​ໂຄງ​ການ, ແຜນ​ຮ່າງ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ,ວັດ​ທ​ະ​ນະ​ທຳ​, ສັງ​ຄົມຊາວ​ກະ​ສິ​ກອນ​ໄລ​ຍະ 2011-2020”, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ ໄດ້ເພີ່ມທະ​ວີ, ໂຄ​ສະ​ນາ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ທັດ​ສະ​ນະ​ຂອງ​ພັກ, ລັດ ສຳ​ລັບ​ກະ​ສິ​ກຳ, ຊາວກ​ະ​ສິ​ກອນ ແລະ ຊົນ​ນະ​ບົດ. ທ່ານ ຫງວຽນ​ກວກ​ເກື່ອງ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

         “ບົດ​ສະ​ຫລຸບ​ຂອງ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ແລະ ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ເອ​ກະ​ສາ ນ​ນິ​ຕິ​ກຳສຳ​ຄັນ 2 ສະ​ບັບ ຂອງ​ພັກ ແລະ ລັດ ເພື່ອ​    ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ກ່ຽວ​ກັບ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ ຊົນ​ນະ​ບົດ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ປ່ຽນ​ໃຫມ່​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຂົນ​ຂວາຍ, ແນະ​ນຳ​ຫນູນ​ຊ່ວຍ​ຊາວ​        ກະ​ສິ​ກອນ​ຍູ້​ແຮງ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ສ້າງ​ຊົນ​ນະ​ບົດ​ໃຫມ່.”

ຂ່າວ/ບົດ​ອື່ນ