ກອງປະຊຸມຄັ້ງທີ6ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມ

(VOVWORLD) -ກອງປະຊຸມຄັ້ງທີ 6 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດສຳລັບບັນດາຂໍ້ລິເລີມຮ່ວມມືໃນເຂດ 3 ຫຼຽມພັດທະນາ” (CLV) ຖືກດຳເນີນໃນຕອນເຊົ້າວັນທີ 02 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.

ກອງປະຊຸມຄັ້ງທີ6ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມ - ảnh 1 (ກອງປະຊຸມຄັ້ງທີ 6 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ

ກຳປູເຈຍ - ລາວ - ຫວຽດນາມ)

ກ່າວຄຳເຫັນໄຂກອງປະຊຸມ, ພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດລາວ, ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພາະເປັນການປະຕິບັດພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນ ຂອງອົງການນິຕິບັນຍັດທັງສາມປະເທດ ໂດຍສະເພາະແມ່ນກຳມາທິການການຕ່າງປະເທດ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດສົນທິສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ໃນຂົງເຂດສາມຫລ່ຽມພັດທະນາ ເຊິ່ງລັດຖະບານທັງ 3 ປະເທດໄດ້ຕົກລົງຮ່ວມກັນແລ້ວວ່າ ມີຜົນສຳເລັດ ແລະ ຂໍ້ຄົງຄ້າງແນວໃດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເຢົ່າ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ.

        “ສັນຕິພາບ, ຄວາມໝັ້ນຄົງແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາ. ການຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມເພື່ອສ້າງສາ, ພັດທະນາປະເທດຊາດ ແມ່ນໜ້າທີ່ມີຄວາມໝາຍສຳຄັນຍິ່ງຂອງແຕ່ລະປະເທດເວົ້າສະເພາະ, ພ້ອມທັງສ້າງສະພາບແວດລ້ອມແຫ່ງສັນຕິພາບໃນເຂດ 3 ຫຼຽມພັດທະນາ, ນີ້ກໍ່ແມ່ນໜ້າທີ່ລວມຂອງ 3 ປະເທດພວກເຮົາ. ບົນຈິດໃຈນັ້ນ, 2 ປະເທດຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອຍົກສູງກຳລັງຄວາມສາມາດໃນການຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ການຄ້າມະນຸດ, ບັນດາອາດຊະຍາກຳຂ້າມຊາດ…”

ຕອບກັບ

ຂ່າວ/ບົດ​ອື່ນ