ກອງ​ປະຊຸມ​ຄວາມໝັ້ນຄົງ Munich ສືບ​ຕໍ່​ປຶກສາ​ຫາ​ລື​ກ່ຽວກັບຫຼາຍບັນຫາ​ຄວາມໝັ້ນຄົງ​ທົ່ວ​ໂລກ

(VOVWORLD) -     ວັນທີ 15 ກຸມພາ, ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການພົວພັນລະຫວ່າງ ອາເມລິກາ - ສະຫະພາບເອີຣົບ (ອີຢູ) - ການພົວພັນມະຫາສະໝຸດອັດລັງຕິກ ຊຶ່ງພວມມີທີ່ຕັ້ງສໍາຄັນໃນມື້ເຮັດວຽກທີ 2 ຂອງ ກອງປະຊຸມຄວາມໝັ້ນຄົງ Munich.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Jens Stoltenberg ຊີ້ແຈ້ງວ່າ ບໍ່ວ່າຄວາມມານະພະຍາຍາມໃດໆ ທີ່ແນໃສ່ປັດເຂ່ຍ ເອີຣົບ ອອກຈາກ ອາເມລິກາເໜືອ ກໍບໍ່ສາມາເຮັດໃຫ້ການພົວພັນພາກພື້ນມະຫາສະໝຸດອັດລັງຕິກອ່ອນແອລົງໄດ້, ຫາກຍັງມີຄວາມສ່ຽງກໍ່ຄວາມແບ່ງແຍກຢູ່ເອີຣົບອີກດ້ວຍ. ທ່ານກໍໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນລະຫວ່າງ ເອີຣົບ ກັບ ອາເມລິກາ ອີກດ້ວຍ.

        ວັນທີ 15 ກຸມພາ, ກ່າວຄໍາເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຍົກອອກຄາດຄະເນວິໄສທັດກ່ຽວກັບ ເອີຣົບ ດ້ວຍກໍາລັງແຮງການທະຫານໃໝ່ ແລະ ເຕື້ອງເຖິງຊັບສົມບັດນິວເຄຼຍຂອງເອີຣົບ ແລະ ຊີ້ໃຫ້ເຫັນຄວາມແຕກຕ່າງກັນຕົ້ນຕໍໃນສັງກາດ ສົງຄາມເຢັນ ແລະ ໃນປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ