ກອງປະຊຸມຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດນາມ ຊຸດທີ່ 7

ກອງປະຊຸມຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດນາມ ຊຸດທີ່ 7 - ảnh 1
ກອງປະຊຸມຄະນະກຳມະການສູນກາງແນວໂຮມ ປະເທດຊາດຫວຽດ ນາມຄັ້ງ​ທີ່ 10 ຊຸດທີ່ 7 ຖືກ​ໄຂ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 15/1 ຢູ່​ຮ່າ​ໂນ້ຍ


Vovworld- ຕອນ​ເຊົ້າ​ວັນ​ທີ 15/1, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ປະທານ​ຄັ້ງ​ທີ່ 10 ຊຸດ​ທີ່ 7 ຂຶ້ນ. ບົດ​ລາຍ​ງານທີ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ ປີ 2012, ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນຕ່າງໆ ແລະ ບັນດາອົງການສະມາຊິກ ສືບຕໍ່ມີ ປ່ຽນແປງໃໝ່ດ້ານເນື້ອໃນ ແລະ ແບບວິທີການໂຄສະນາ, ຂົນຂວາຍ ປັບປຸງກຸ່ມກ້ອນມະຫາ ສາມັກຄີ ທົ່ວປວງຊົນທັງຊາດ. ເພື່ອເສີມຂະຫຍາຍບົດບາດ ຂອງ​ແນວ​ໂຮມ​ຫຼາຍ​ກ່ວາ​ອີກ​ນັ້ນ, ມີ​ຜູ້​ແທນ​ຫຼາຍຄົນ​ຖື​ວ່າ ​ແນວ​ໂຮມປະ​ເທ​ດຊາດຄວນ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຫຼາຍ​ກ່ວາ​ອີກ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ມີ​ໂອກາດ​ສະ​ແດງ​ຄຳ​ຄິດ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຕໍ່​ພັກ, ລັດ ​ແລະ ປະຕິບັດ​ບັນດາ​ສິດ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ສັງຄົມ . ທ່ານ​ສາດສະດາຈານ ລິວ​ວັນ​ດາດ, ສະມາຊິກ​ໃນ​ຄະນະ​ປະທານ ຖື​ວ່າ :

     “ ຄວນ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ເຕີມ​ເຂົ້າ​ໃນ​ບັນດາ​ຂໍ້​ກຳນົດ​ຂອງ​ແນວ​ໂຮມ, ​ເພື່ອ​ສ່ອງ​ແສງ​ຢ່າງ​ຖືກຕ້ອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ບົນ​ຫຼັກ​ໝັ້ນ​ຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ນັບ​ແຕ່​ຕົ້ນ​ປີ 2013 ຕ້ອງ​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ບັນດາ​ອົງການ​ສຳນັກ​ງານ​ມີ​ສິດ​ອຳນາດ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ຕິດຕາມ​ກວດກາ ​ແລະ ວິຈານ ​ເພື່ອ​ສ້າງ​​ໃຫ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ໃຫຍ່​ຫຼວງ​ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ບັນ​ຫາ​ນີ້, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ປອດ​ໃສ,ໝັ້ນຄົງ​ເຂັ້ມ​ແຂງ”.

 

ຂ່າວ/ບົດ​ອື່ນ