ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ

(VOVWORLD) - ລາຍການເຄື່ອນໄຫວຂອງກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ CLV ເຊິ່ງລວມມີ: ກອງປະຊຸມສຳມະນາກ່ຽວກັບການຮັບເອົາຄຳເຫັນປະກອບໃຫ້ແກ່ແຜນການປະຕິບັດສັນຍາສົ່ງເສີມ...

ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ (ກຳປູເຈຍ - ລາວ - ຫວຽດນາມ) CLV  ຈະຈັດຕັ້ງແຕ່ວັນທີ 14 – 20 ທັນວາ, ຢູ່ເທດສະບານ ດົ່ງຊ່ວາຍ, ແຂວງ ບີ່ງເຟືອກ.

        ລາຍການເຄື່ອນໄຫວຂອງກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ CLV ເຊິ່ງລວມມີ: ກອງປະຊຸມສຳມະນາກ່ຽວກັບການຮັບເອົາຄຳເຫັນປະກອບໃຫ້ແກ່ແຜນການປະຕິບັດສັນຍາສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃນເຂດ 3 ຫຼ່ຽມພັດທະນາ; ກອງປະຊຸມອະນຸກຳມະການຄວາມໝັ້ນຄົງ - ການຕ່າງປະເທດ ຄັ້ງທີ 10 ເຂດ 3 ຫຼ່ຽມພັດທະນາ CLV; ເວທີປາໄສຊາວໜຸ່ມ ຄັ້ງທີ 7 ເຂດ 3 ຫຼ່ຽມພັດທະນາ CLV; ກອງປະຊຸມອະນຸກຳມະການສິ່ງແວດລ້ອມ - ສັງຄົມເຂດ 3 ຫຼ່ຽມພັດທະນາຄັ້ງທີ 8; ເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ CLV; ກອງປະຊຸມເຈົ້າໜ້າທີ່ອາວຸໂສ SOM (ຂັ້ນຮອງລັດຖະມົນຕີ) ເຂດ 3 ຫຼ່ຽມພັດທະນາ CLV…

ຕອບກັບ

ຂ່າວ/ບົດ​ອື່ນ