ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງສະ​ມາ​ຄົມ​ຊາວກ​ະ​ສິ​ກອນຫວຽດ​ນາມ​ຄັ້ງ​ທີ 7

(VOVWORLD) - ສະມາຄົມຊາວກະສິກອນທຸກຂັ້ນ ຈົ່ງສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງເພື່ອປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງສະ​ມາ​ຄົມ​ຊາວກ​ະ​ສິ​ກອນຫວຽດ​ນາມ​ຄັ້ງ​ທີ 7  - ảnh 1

ທ່ານທ່າວຊວັນຊຸ່ງ ປະທານສູນກາງສະມາຄົມຊາວກະສິກອນຫວຽດນາມ (ພາບ:TTXVN)

    ສະມາຄົມຊາວກະສິກອນທຸກຂັ້ນ ຈົ່ງສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງເພື່ອປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽນາມ.   ນີ້ແມ່ນຄຳຮຽກຮ້ອງໄດ້ຍົກອອກມາທີ່ກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ 7 ຈັດຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາຢູ່ຮ່າໂນ້ຍ. ທ່ານທ່າວຊວັນຊຸ່ງ ປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເປັນປະທານກອງປະຊຸມ.

   ບົດລາຍງານຢູ່ກອງປະຊຸມໃຫ້ເຫັນວ່າ, ໃນ 5 ເດືອນຜ່ານມາ, ຕໍ່ໜ້າສະພາບການອັນສັບສົນ ແລະ ຍາກທີ່ຄາດຄະເນໄດ້ຂອງໂລກລະບາດໂຄວິດ 19, ສະມາຊິກສະມາຄົມຊາວກະສິກອນຫວຽດນາມ ໝົດທຸກຄົນ ໄດ້ເປັນເຈົ້າການ, ຕັ້ງໜ້າປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານ ໂລກລະບາດໂຄວິດ 19, ທັງແກ້ໄຂຄວາມຫຍຸ້ງຍາກເພື່ອຮັກສາການອອກແຮງງານທຳການຜະລິດ, ພັດທະນາເສດຖະກິດ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ ໂດຍສະມາຄົມຊາວກະສິກອນທຸກຂັ້ນປຸກລະດົມ. ໂດຍໄດ້ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານທ່າວຊວັນຊຸ່ງ ຊີ້ແຈ້ງວ່າ, ໂຄງການດຳເນີນງານຂອງສູນກາງສະມາຄົມຊາວກະສິກອນຫວຽດນາມ ມີບັນດາຈຸດບຸກທະລຸ ແລະ ຈຸດໃໝ່, ນັ້ນແມ່ນໄດ້ກຳນົດເປົ້າໝາຍສັງລວມ ແລະ ເປົ້າໝາຍລະອຽດຢ່າງຄົບຖ້ວນ ກໍ່ຄືບັນດາໜ້າທີ່ ແລະ ມາດຕະການຕົ້ນຕໍ ເພື່ອເປັນເຈົ້າການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສົມທົບກັບລັດຖະບານ ແລະ ບັນດາໝູ່ຄະນະການເມືອງສັງຄົມ ດ້ວຍຈຸດສຸມ ແມ່ນສ້າງພື້ນຖານອຸດສາຫະກຳເຕັກໂນໂລຊີສູງ, ຊົນນະບົດທັນສະໄໝ ແລະ ຊົນຊັ້ນຊາວກະສິກອນສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ