ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນຫວຽດນາມ

ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນຫວຽດນາມ - ảnh 1
(ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນຫວຽດນາມ)

(vovworld) - ບົດ​ບາດສຳ​ຄັ​ນ​ທີ່​ສຸດ​ຂອງວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ແມ່ນ​ບັນ​ດາ​ສະ​ຫະ​ກອນ​ແບບ​ໃໝ່, ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂ​ຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານສະ​ຫະ​ພັນ​ສະ​ຫະ​ກອ​ນ​ຫວຽດ​ນາມ, ຖືກດຳ​ເນີນ​ໃນ​ວັນ​ທີ 26/11. ຢູ່​ທີ່ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ຕີ​ລາ​ຄາ​ສ​ູງ​ບົດ​ບາດ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງສະ​ຫະ​ພັນ​ສະ​ຫະ​ກອນ​ຫວຽດ​ນາມ ​ໃຫ້ແກ່​ການ​ພັດ​ທະ​ນາ ແລະ ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖ​ະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊ​າດ. ທ່ານ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ: ປະ​ຈຸ​ບັນ, ພັກ, ລັດ ໄດ້​ມີ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ ແລະ ປ່ຽນ​ໃໝ່​ຮູບ​ແບບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ກອນ​ຄືນ​ໃໝ່. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້ສະ​ຫະ​ພັນ​ສະ​ຫະ​ກອ​ນ​ຫວຽດ​ນາມ ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຜີຍແຜ່, ໂຄ​ສະ​ນາ​ກົດ​ໝາຍ, ນະ​ໂຍ​ບາຍ​ກ່ຽວ​ກັບ​ສະ​ຫະ​ກອນ​ຢ່າງ​ມີ​ໄຫວ​ພິບ; ສຸມ​ໃສ່​ກໍ່​ສ້າງ, ​ປັບ​ປຸງ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່; ສົມ​ທົບ​ກັບກະ​ຊວງ​ກະ​ສິ​ກຳ ແລະ ພັ​ດ​ທະ​ນາ​ຊົນ​ນະ​ບົດ, ທະ​ນາ​ຄານ​ແຫ່ງ​ລັດ, ກະ​ຊວງ​ການ​ເງິນ ແລະ ບັນ​ດາ​ທ້ອ​ງ​ຖິ່ນ​ໃນ​ການ​ຍູ້​ແຮງ​ການ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່, ສູ້​ຊົ​ນ​ຮອດ​ປີ 2016,  ແຕ່​ລະ​ເມືອງ​​​ກໍ​ມີ​ສະ​ຫະ​ກອນ​ແບບ​ໃໝ່​ຢ່າງ​ໜ້ອຍ​ສຸດ 1 ຮູບ​ແບບ.

ຂ່າວ/ບົດ​ອື່ນ