ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 38 ສືບຕໍ່ເຮັດວຽກ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 38 ສືບຕໍ່ເຮັດວຽກ - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຄັ້ງ​ທີ 38 ສືບຕໍ່ເຮັດວຽກ
(ພາບ: TTXVN)


​(vovworld) – ຕອນ​ເຊົ້າວັນ​ທີ 13/05, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ໃສ່​ບັນ​ດາ​ໃບຍື່ນ​ສະ​ເໜີ, ​ແຜນ​ຮ່າງ​ຂອງອົງການໄອຍະ​ການປະຊາຊົນ​ສູງສຸດ ກ່ຽວ​ກັບ​​ເລື່ອງ​ໃຫ້​ສັດຕະຍາບັນ​ກົງຈັກ, ໜ້າ​ທີ່, ສິດ​ຂອງບັນດາ​ຫົວ​ໜ່ວຍ​ໃນ​ກົງຈັກ​ເຮັດ​ວຽກ​ຂອງອົງການໄອຍະ​ການປະຊາຊົນ​ສູງສຸດ, ​ອົງການໄອ​ຍະ​ການ​​ທະຫານ​ທຸກ​ຂັ້ນ. ຕາມ​ບົດ​ລາຍການ​ກວດກາ, ກຳມາ​ທິການ​ຍຸຕິ​ທຳ​ໄດ້​ເຫັນ​ດີ​ກັບຄວາມຈຳ​ເປັນ​ປະກາດ​ໃຊ້​ບັນດາ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ສັດຕະຍາບັນ​​ກົງ​ຈັກ, ໜ້າ​ທີ່, ສິດ​ຂອງ​ບັນດາ​ຫົວໜ່ວຍໃນ​ກົງຈັກ​ເຮັດ​ວຽກ​ຂອງອົງການໄອຍະ​ການປະຊາຊົນ​ສູງສຸດ; ​ໃຫ້ສັດຕະຍາບັນ​ບັນຊີ​ລາຍ​ຊື່​ສະມາຊິກ​ຄະນະ​ກຳມະການ​ກວດກາ​ຂອງ​​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ສ້າງ​ຕັ້ງ​ສະ​ຖາ​ບັນ​​ໄອຍະ​ການ​ປະຊາຊົນ​ຂັ້ນ​ສູງ… ບັນດາ​ໃບ​ຍື່ນສະ​ເໜີ ​ແລະ ຮ່າງ​ມະຕິ​ໄດ້​ຖືກ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​​ຄົ້ນຄວ້າ​, ກະກຽມ ຢ່າງ​ເຂັ້ມ​ງວດບົນ​ພື້ນຖານສະຫຼຸບ​ພຶດ​ຕິ​ກຳ​ຕົວ​ຈິງ, ໝາກຜົນ​ການ​ຄົ້ນ​ຄວ້າບັນດາ​ແຜນ​ຮ່າງ, ກອງ​ປະຊຸມ​ສຳ​ມະ​ນາ, ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນດາ​ນັກ​ຊ່ຽວຊານ… ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

        ກົດໝາຍ​ວ່າ​ກ້ວຍ​ການຈັດ​ຕັ້ງ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ປີ 2014 ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ນັບ​ແຕ່​ວັນ​ທີ 01/06/2015. ​ເພື່ອ​ກະກຽມ​ໃຫ້ການ​ຈັດ​ຕັ້ງ​ການ​ປະຕິບັດ​ກົດໝາຍ, ຕ້ອງ​ປະກາດ​​ໃຊ້ບັນດາ​ມະຕິ​​ໃຫ້ສັດຕະຍາບັນ, ຕັດສິນ, ກຳນົດ​ກ່ຽວ​ກັບ​ກົງຈັກ, ພະນັກງານ​ຂອງ​ອົງການ​ໄອຍະ​ການ​ປະຊາຊົນ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມ, ອຸ​ທົກ​ກະສາ​ດ.

ຂ່າວ/ບົດ​ອື່ນ