ກອງປະຊຸມຊຸກຍູ້ການພົວພັນຫວຽດນາມແລະຕາເວັນອອກກາງ-ອາຟຣິກາ

ກອງປະຊຸມຊຸກຍູ້ການພົວພັນຫວຽດນາມແລະຕາເວັນອອກກາງ-ອາຟຣິກາ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 19/08 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຊຸກຍູ້​ການ​ພົວພັນ ຫວຽດນາມ ​ແລະ ຕາ​ເວັນ​ອອກ​ກາງ, ອາ​ຟຣິກາ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນທົດ​ສະ​ວັດ​ຜ່ານ​ມາ, ພ້ອມ​ທັງ​ແລກປ່ຽນ ​ ເປັນ​ເອກະ​ພາບ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​​ແກ້​ໄຂນະ​ໂຍບາຍ ຊ່ວຍ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ກ່ວາ​ອີກ ​ໃນ​ໄລຍະ 10 ປີ​ຈະ​ມາ​ເຖິງ

        ກອງ​ປະຊຸມ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດຕາ​ເວັນ​ອອກ​ກາງ, ອາ​ຟຣິກາ. ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ຮ່ວມມື​ທີ່​ບັນລຸ​ໄດ້, ພ້ອມ​ທັງ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ກັບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ອາ​ຟຣິກາ ​ໃຫ້​ດີກ່ວາ​ອີກ. ປະກອບສ່ວນ​ຕອບ​ສະ​ໜອງ​ບັນດາ​ຄວາມ​ຮຽກຮ້ອງ​ໃໝ່​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ສ້າງ​ກອບ​ນະ​ໂຍບາຍ​ໃໝ່​ບາງ​ສະບັບ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຕາ​ເວັນ​ອອກ​ກາງ, ອາ​ຟຣິກາ ​ໄລຍະ​ປີ 2016 – 2025.

ຂ່າວ/ບົດ​ອື່ນ