ກອງປະຊຸມຍຸຕິທຳບັນດາແຂວງມີເສັ້ນ​ຊາຍແດນຮ່ວມຫວຽດນາມ-ລາວເປີດກວ້າງຄັ້ງທີ 4

(VOVWORLD) -ວັນທີ 03 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດຳເນີນກອງປະຊຸມຍຸຕິທຳບັນດາແຂວງມີເສັ້ນສາຍແດນຮ່ວມຫວຽດນາມ-ລາວເປີດກວ້າງຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ຍູ້ແຮງການຮ່ວມມືດ້ານວຽກງານຍຸຕິທຳທ້ອງຖິ່ນຫວຽດນາມ - ລາວ ເພື່ອແນໃສ່ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳໃຫ້ປະຊາຊົນເຂດຊາຍແດນ”.

 ກອງປະຊຸມໄດ້ເຫັນດີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວຄື: ກະຊວງຍຸຕິທຳ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເພີ່ມທະວີວຽກງານຊີ້ນຳບັນດາອົງການຍຸຕິທຳທ້ອງຖິ່ນປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານແຫ່ງສສ.ຫວຽດນາມ ແລະ ລັດຖະບານແຫ່ງສປປ.ລາວ ຢ່າງມີປະສິດທິຜົນ ກ່ຽວກັບການແກ້ໄຂບັນຫາເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ການແຕ່ງດອງບໍ່ຖືກຕ້ອງຢູ່ເຂດຊາຍແດນ, ເຊິ່ງໄດ້ລົງນາມເມື່ອວັນທີ 08 ກໍລະກົດ 2013 ແລະ ໄດ້ຕໍ່ກຳນົດເວລາຮອດວັນທີ 11 ພະຈິກ 2019; ກະຊວງຍຸຕິທຳ 2 ປະເທດສົມທົບກັນສະເໜີທິດທາງປັບປຸງ, ເພີ່ມເຕີ່ມສັນຍາ ເພື່ອຮັບປະກັນໃຫ້ເໝາະສົມກັບສະພາບຕົວຈິງ, ປະຕິບັດວຽກງານໜູນຊ່ວຍກົດໝາຍກ່ຽວກັບການດຳເນີນຄະດີແພ່ງລະຫວ່າງບັນດາອົງການປະຕິບັດຄຳຕັດສິນຂອງສານທາງແພ່ງຢູ່ 10 ຄູ່ແຂວງທີ່ມີຊາຍແດນຕິດຈອດກັນຢ່າງມີປະສິດທິຜົນກວ່າ.

      ກອງປະຊຸມຍຸຕິທຳບັນດາແຂວງມີເສັ້ນສາຍແດນຮ່ວມຫວຽດນາມ-ລາວເປີດກວ້າງຄັ້ງທີ 5 ຈະຈັດຂຶ້ນຢູ່ຫວຽດນາມ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ