ກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ2016

ກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ2016 - ảnh 1
ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2016
(ພາບ: laodong.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ນະຄອນ ​ເກີນ​ເທີ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມສົມທົບ​ກັບ​ນະຄອນ ​ເກີນ​ເທີ ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ທ້ອງ​ຖິ່ນ​ພ້ອມ​ກັບ​ຜູ້​ແທນ​ແມ່ນ​ທະ​ຫານ​ເສຍ​ອົງຄະ​, ຍາດຕິ​ພີ່ນ້ອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາ​ຜູ້​ມີ​ຄຸນງາມຄວາມດີ 299 ຄົນ​ຕາງໜ້າ​ໃຫ້​ຜູ້ມີ​ຄຸນງາມຄວາມດີ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ພົບ​ປະ, ຮັບ​ຟັງ​ເລື່ອງ​ລາ​ວທີ່​ຕື້ນ​ຕັນ​ໃຈ​ຂອງ​ບັນ​ດາທະ​ຫານ​ເສຍ​ອົງຄະ​, ຍາດຕິ​ພີ່ນ້ອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມ​ຄວາມ​ດີ ​ເລົ່າຄືນ​ວິວັດທະນາ​ການ​ສູ້​ຊົນ​ບື່ນຕົວ​ຂຶ້ນ, ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ​ເພື່ອ​ສ້າງ​ຊີວິດ​ເປັນ​ປົກກະຕິ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ.


ຂ່າວ/ບົດ​ອື່ນ