ກອງປະຊຸມທົ່ວປະເທດ ກ່ຽວກັບວຽກງານ ຫ້ອງການຄະນະພັກແຂວງ, ນະຄອນ

ກອງປະຊຸມທົ່ວປະເທດ ກ່ຽວກັບວຽກງານ ຫ້ອງການຄະນະພັກແຂວງ, ນະຄອນ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ ເຂົ້າຮ່ວມກອງປະຊຸມ
(ພາບ: baobariavungtau.com)

(vovworld) – ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ຫ້ອງການຄະນະ​ພັກ​ແຂວງ, ນະຄອນ ​ໂດຍ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ນະຄອນ ຫວຸງ​ເຕົ່າ, ​ແຂວງ​ບ່າ​ເຣ້ຍຫວຸ້ງ​ເຕົ່າ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ເນັ້ນ​ໜັກ​ວ່າ: ຫ້ອງ​ວ່າການ​ສູນ​ກາງ​ພັກ​ແລະ ຫ້ອງການ​ຄະນະ​ພັກ​ແຂວງ, ນະຄອນ​ທັງ​ໝົດ​ຕ້ອງ​ມີ​ມາດ​ຕະການ​ໂຄສະນາ, ສຶກສາ ​​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ຜູ້​ອອກ​ແຮງ​ງານ​ທັງ​ໝົດ​​ໃນລະບົບ​ຫ້ອງການ​ອົງຄະ​ນະ​ພັກ​ສືບ​ຕໍ່​ຮັບ​ຮູ້​ຢ່າງ​ຖືກຕ້ອງ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບທີ່​ຕັ້ງ, ບົດບາດ, ໜ້າ​ທີ່​ຂອງ​ອົງການ, ຂອງ​ຕົວ​ເອງ​ທີ່​ມີ​ຕໍ່​ພັກ, ລັດ, ປະຊາຊົນ. ທ່ານ ​ເລ​ຮົ່ງ​ແອ​ງ ກໍ່​ໄດ້​ໃສ່​ໃຈຫ້ອງ​ວ່າການ​ສູນ​ກາງ​ພັກ​ ແລະ ຫ້ອງການ​ຄະນະ​ພັກ​ແຂວງ, ນະຄອນ​ຄວນ​ເຮັດ​ໜ້າ​ທີ່​ເປັນ​ເສນາ​ທິການ, ກໍ່ສ້າງ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ລາຍການ​ເຮັດ​ວຽກຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ​ແລະ ອົງຄະ​ນະ​ພັກ​ເປັນ​ຢ່າງ​ດີ, ສືບ​ຕໍ່​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ຄົ້ນ​ພົບ ​ແລະ ສະ​ເໜີ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ຄະນະ​ພັກ​ທ້ອງ​ຖີ່​ນ​ເພີ່ມ​ບັນດາ​ບັນຫາ​ສຳຄັນ​ທີ່​ຫາ​ກໍ່​ປະກົດ​ກ່ຽວ​ກັບ​ດ້ານ​ເສດຖະກິດ - ສັງຄົມ​, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ, ສາສະໜາ, ຊົນ​ຊາດເຂົ້າລາຍການ​ເຮັດ​ວຽກຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ​ແລະ ອົງຄະ​ນະ​ພັກ.
ຂ່າວ/ບົດ​ອື່ນ