ກອງປະຊຸມທົ່ວປະເທດກ່ຽວກັບສາສະໜາເຂົ້າຮ່ວມ ພັດທະນາການສຶກສາອະນຸບານ

ກອງປະຊຸມທົ່ວປະເທດກ່ຽວກັບສາສະໜາເຂົ້າຮ່ວມ ພັດທະນາການສຶກສາອະນຸບານ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ)

(vovworld) -ພັກ ​ແລະ ລັດ​ນັບຖື​ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ພັດທະນາ​ການ​ສຶກສາ​ອະນຸບານ​ທີ່​ສຸດ. ​ແຕ່​ການ​ເຄື່ອນ​ໄຫວ​ນີ້​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ກ່າວ​ຄວາມ​ເຫັນ​ທີ່ ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ສາສະໜາ​ເຂົ້າ​ຮ່ວມ ​ພັດທະນາການ​ສຶກສາ​ອະນຸບານ, ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 8/11, ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ກວມ​ກວ່າ 3% ຈຳນວນ​ເດັກ​ອະນຸບານ​ທີ່​ໄປ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ນີ້​ສ່ວນ​ຫຼາຍ​ແມ່ນ​ເດັກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກ​ກຳພ້າ, ​ເດັກ​ພິການ. ພິ​ເສດ​ບັນດາ​ໂຮງຮຽນ​ອະນຸບານ​ໄດ້​ເຄື​ອ່ນ​ໄຫວ​ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ຍ້ອນ​ເຫດ​ນັ້ນ, ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສັງຄົມ​ໃຫຍ່​ທີ່​ສຸດ.

    ເມື່ອ​ເຕື້ອງ​ເຖິງ​ວຽກ​ງານ​ສຶກສາ​ອະນຸບານ​ເວົ້າ​ລວມ, ທ່ານ​ ຫງວຽນ​ທ້ຽນ​ເຍິນ​ເນັ້ນ​ໜັກ​ວ່າ, ທ້ອງ​ຖີ່​ນຕ່າງໆ​ຄວາມ​ກວດກາ​ແຜນ​ກຳນົດ​ທີ່​ດິນ​ໃຫ້​ແກ່​ການ​ສຶກສາ​ອະນຸບານ​ຄືນ​ໃໝ່, ຕາມ​ທິດ​ນຳ​ບໍ່​ມີ​ຮາກ​ຖານ​ສຶກສາ​ອະນຸບານ​ແຫ່ງ​ໃດ​ນອນ​ໃນ​ຮາກ​ຖານ​ສາສະໜາ. ພ້ອມ​ກັນ​ນັ້ນ, ຄວນ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ຂອງ​ລັດ​ໃຫ້​ແກ່​ການ​ສຶກສາ​ອະນຸບານ, ​ເຖິງ​ວ່າ​ຈະ​ແມ່ນ​ຂອງ​ລັດ ຫຼື​ຂອງ​ເອກະ​ຊົນ, ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ເດັກ​ໄດ້​ຊົມ​ໃຊ້​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ